ຫວຽດນາມ ຕອບສະໜອງວັນຄວາມປອດໄພໃຫ້ຄົນເຈັບໂລກ (17 ກັນຍາ)

(VOVWORLD) -

ວັນທີ 16 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກ ໄດ້ຈັດງານໂຮມຊຸມນຸມມິດຕິງຕອບສະໜອງ “ວັນຄວາມປອດໄພໃຫ້ຄົນເຈັບໂລກ (17 ກັນຍາ) ປີ 2022”.


ຫວຽດນາມ ຕອບສະໜອງວັນຄວາມປອດໄພໃຫ້ຄົນເຈັບໂລກ (17 ກັນຍາ) - ảnh 1ບັນດາຜູ້ແທນເຂົ້າຮ່ວມງານໂຮມຊຸມນຸມມິດຕິງ (ພາບAn An/ qdnd.vn)

ວັນທີ 16 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກ ໄດ້ຈັດງານໂຮມຊຸມນຸມມິດຕິງຕອບສະໜອງ “ວັນຄວາມປອດໄພໃຫ້ຄົນເຈັບໂລກ (17 ກັນຍາ) ປີ 2022”.

ໂລກລະບາດໂຄວິດ - 19 ແກ່ຍາວ ໄດ້ ແລະ ພວມເຮັດໃຫ້ໄພເກີດເຫດການກ່ຽວກັບການນຳໃຊ້ຢຸກຢາຢ່າງໜັກໜ່ວງ ແລະ ບັນດາຜົນເສຍຫາຍກ່ຽວຂ້ອງເຖິງຢຸກຢາ. ໃນສະພາບການນັ້ນ, “ການນຳໃຊ້ຢຸກຢາດ້ວຍຄວາມປອດໄພ, ບໍ່ກໍ່ຄວາມເສຍຫາຍ” ໄດ້ເລືອກເປັນສານໃນ ວັນຄວາມປອດໄພໃຫ້ຄົນເຈັບໂລກປີ 2022.

ບັ້ນເຄື່ອນໄຫວເພື່ອວັນຄວາມປອດໄພໃຫ້ຄົນເຈັບໂລກ ປີນີ້ໄດ້ບຸລິມະສິດເຄື່ອນໄຫວແຊກແຊງໄວ ເພື່ອສະກັດກັ້ນບັນດາຜົນເສຍຫາຍໃຫ້ຄົນເຈັບຍ້ອນບັນດາການກະທຳບໍ່ປອດໄພກ່ຽວຂ້ອງເຖິງຢຸກຢາ. ການເຄື່ອນໄຫວນີ້ຈະສຸມໃສ່ພິເສດເຂົ້າໃນຜົນສະທ້ອນຂອງໂລກລະບາດໂຄວິດ - 19 ຕໍ່ຄວາມປອດໄພໃນການນຳໃຊ້ຢຸກຢາ, ກ່ຽວຂ້ອງເຖິງຄວາມຂາດວັກຂາດຕອນຢ່າງແຮງໃນການສະໜອງບັນດາບໍລິການການແພດໃນໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ