ຫວຽດນາມ ຕອບສະໜອງວັນຊັບພະຍາກອນນ້ຳໂລກ 22/3

ຫວຽດນາມ ຕອບສະໜອງວັນຊັບພະຍາກອນນ້ຳໂລກ 22/3 - ảnh 1
ນຳໃຊ້ຊັບພະຍາກອນນ້ຳໃຫ້ເໝາະສົມ ແມ່ນ ປົກປັກຮັກສາອະນາຄົດຂອງພວກເຮົາ
(ພາບ: ອີນເຕີເນັດ)

(vovworld) - ງານ​ໂຮມ​ຊຸມນຸມ​ຕອບ​ສະໜອງ​ວັນ​ຊັບພະຍາກອນນ້ຳ​ໂລກ 22/3 ​ຖືກ​ດຳ​ເນີນ​ໃນ​ວັນ​ທີ 22/3 ຢູ່​ແຂວງ Hau Giang. ສານ​ເຊິ່ງສະຫະປະຊາ​ຊາດ​ຍົກ​ອອກ​ຜ່ານ​ຫົວ​ຂໍ້​ຂອງ​ວັນ​ຊັບພະຍາກອນນ້ຳ​ໂລກ​ປີ​ນີ້​ແມ່ນ “ນ້ຳ ​ແລະ ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ”. ​ໃນ​ບົດ​ກ່າວປາ​ໄສ​ໄຂ​ງານ​ໂຮມ​ຊຸມນຸມຕອບ​ສະໜອງ​ວັນ​ຊັບພະຍາກອນນ້ຳ​ໂລກ​ປີ 2012, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ Nguyen Thai Lai ​ເນັ້ນ​ໜັກ​ວ່າ: ປະຈຸ​ບັນ, ຫວຽດນາມ​ຖືກ​ຈັດ​ເຂົ້າ​ກຸ່ມ​ບັນດາ​ປະ​ເທດ​ມີ​ແຫຼ່ງຊັບພະຍາກອນ​ນ້ຳ ​ໃນ​ລະດັບ​ປານ​ກາງ​ຂອງ​ໂລກ ​ແຕ່​ວ່າ​ຍັງ​ມີ​ຫຼາຍ​ປັດ​ໄຈ​ບໍ່​ໝັ້ນ​ຄົງ. ສະພາບ​ຂາດ​ແຄນ, ການ​ພິພາດ​ແຫຼ່ງນ້ຳໄດ້ ​ແລະ ພວມ​​ເກີດ​ຂຶ້ນ​ຢູ່​ບາງ​ບ່ອນ, ບາງ​ຈຸດ​ເວລາ. ຄວນ​ໄດ້​ຮັບ​ການ​ຂຸດ​ຄົ້ນ, ນຳ​ໃຊ້​ແຫຼ່ງຊັບພະຍາກອນນ້ຳຢ່າງ​ເໝາະ​ສົມ​ກ່ວາ​ອີກ. ​ເນື່ອງ​ໃນ​ໂອກາດ​ນີ້, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມກໍ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ຮູບ​ພາບ​ສີ​ລະ​ປະຊັບພະຍາກອນ “ນ້ຳ ​ແລະ ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ”.

 

ຂ່າວ/ບົດ​ອື່ນ