ຫວຽດ​ນາມ ຕອບ​ສະ​ໜອງວັນທົ່ວ​ໂລກ​ອາ​ໄລ​ຫາ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ອຸ​ບັດຕິ​ເຫດ​​ການ​ສັນ​ຈອນ

(VOVWORLD) -ໂດຍຕອບສະໜອງ “ວັນທົ່ວໂລກອາໄລຫາຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນ”, ຕອນຄ່ຳວັນທີ 21 ພະຈິກ, ຄະນະກຳມະການຄວາມປອດໄພໃນການຈະລາຈອນແຫ່ງຊາດ ສົມທົບກັບສະຖານີໂທລະພາບ ຫວຽດນາມ ແລະ ບໍລິສັດລົດ ໂອໂຕ Toyota  ຫວຽດນາມ ໄດ້ຈັດພິທີອາໄລຫາຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນ.
ຫວຽດ​ນາມ ຕອບ​ສະ​ໜອງວັນທົ່ວ​ໂລກ​ອາ​ໄລ​ຫາ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ອຸ​ບັດຕິ​ເຫດ​​ການ​ສັນ​ຈອນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິ່ງມິງ  ອາໄລຫາ ຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນ (ພາບ: TTXVN)

ຕາງໜ້າລັດຖະບານຫວຽດນາມ ແລະ ນາຍົກລັດຖະມົນຕີ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິ່ງມິງ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງຄອບຄົວ, ຍາດຕິພີ່ນ້ອງຂອງຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ເນັ້ນໜັກວ່າ:

“ຂ້າພະເຈົ້າຮຽກຮ້ອງໃຫ້ປະຊາຊົນທຸກຄົນ ຈົ່ງປະຕິບັດຂໍ້ກຳນົດກົດໝາຍກ່ຽວກັບຄວາມປອດໄພໃນການຈະລາຈອນ ແລະ ຍາມໃດກໍປະຕິບັດຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເມື່ອເຂົ້າຮ່ວມການຈະລາຈອນຢ່າງເຂັ້ມງວດ, ພ້ອມກັນສ້າງສະພາບແວດລ້ອມຈະລາຈອນທີ່ປອດໄພ ແລະ ສະອາດ.”

ວັນທີ 27 ຕຸລາ 2005, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງ ແລະ ເລືອກເອົາວັນທິດຂອງສັບປະດາທີ 3 ຂອງເດືອນພະຈິກ ເປັນວັນ “ທົ່ວໂລກອາໄລຫາຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນ” ຢ່າງເປັນທາງການ. ປີນີ້, ເຫດການຖືກຈັດຂຶ້ນໃນວັນທີ 21 ພະຈິກ. ຕາມບົດລາຍງານຫຼ້າສຸດຂອງອົງການອະນາໄມໂລກໃຫ້ຮູ້ວ່າ ແຕ່ລະປີໃນທົ່ວໂລກ ຍັງມີຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນ ເກືອບ 1,3 ລ້ານຄົນ ແລະ ຜູ້ຮັບບາດເຈັບ ເກືອບ 50 ລ້ານຄົນ.ຢູ່ ຫວຽດນາມ, ແຕ່ລະປີມີຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນເກືອບ 7.000 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ