ຫວຽດ​ນາມ ຕອ​ບ​ສະ​ໜອງວັນສາ​ກົນ​ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ​

(VOVWORLD) -ຕອນເຊົ້າວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ -ຕ້ານໄພທຳມະຊາດໄດ້ຈັດຕັ້ງບັນດາເຫດການຕອບສະໜອງວັນສາກົນ ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ (ວັນທີ 13 ຕຸລາ). 
ຫວຽດ​ນາມ ຕອ​ບ​ສະ​ໜອງວັນສາ​ກົນ​ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ​ - ảnh 1

ຄະນະຈັດຕັ້ງມອບລາງວັນທີ 1 ຂອງການເສັງ “ກອບກູ້ເອົາໜ່ວຍໂລກ - ນ້ອງນ້ອຍປະດິດຕົວລະຄອນ ວິລະຊົນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ” (ພາບ: VTV.vn)

ກ່າວຄຳເຫັນທີ່ເຫດການ, ທ່ານ ຫງວຽນຮ່ວາງຮຽບ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເນັ້ນໜັກວ່າ ໄພທຳມະຊາດ ຢູ່ ຫວຽດນາມ ໄດ້ ແລະ ກຳລັງເກີດຂຶ້ນຢ່າງຮ້າຍແຮງ ແລະ ຜິດປົກກະຕິ. ໃນ10 ປີທີ່ຜ່ານມາ ມີ ຜູ້ເສຍຊີວິດ ແລະ ຫາຍສາບສູນ ຍ້ອນໄພທຳມະຊາດ ກ່ວາ 3.600 ຄົນ. ຫວຽດນາມ ແມ່ນ 1 ໃນ 5 ປະເທດທີ່ໄດ້ຮັບການຕີລາຄາວ່າຖືກເສຍຫາຍຢ່າງໃຫຍ່ຫຼວງທີ່ສຸດຍ້ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ເຊິ່ງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານ ເລື່ອງນ້ຳທະເລຂຶ້ນສູງ ແລະ ນ້ຳທະເລຊຶມ. ໃນຂະນະນັ້ນພື້ນຖານໂຄງລ່າງໃນການປ້ອງກັນ - ຕ້ານໄພທຳມະຊາດກໍ່ຍັງມີຫຼາຍບັນຫາ. ທ່ານ ຫງວຽນຮ່ວາງຮຽບ ກ່າວວ່າ:

        ປີນີ້, ສປຊ ສືບຕໍ່ເລືອກເອົາ ເປົ້າໝາຍ (d) ຂອງ ຂອບການກະທຳ Sendai ກ່ຽວກັບການ “ຫຼຸດຜ່ອນຜົນເສຍຫາຍ ແລະ ການເປເພສຳລັບບັນດາພື້ນຖານໂຄງລ່າງຈຳເປັນ” ດ້ວຍສານ “ກໍ່ສ້າງເພື່ອ ຍືນຍົງຄົງຕົວ - Buid to Last”, ນີ້ແມ່ນເນື້ອໃນຕົ້ນຕໍເພື່ອໂຄສະນາ, ຂົນຂວາຍບັນດາປະຊາຄົມ, ບັນດາປະເທດຕອບສະໜອງວັນ ສາກົນຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ. ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍຄວາມມານະພະຍາຍາມຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ, ພ້ອມທັງກັບການໜູນຊ່ວຍຂອງບັນດາອົງການສາກົນກ່ຽວກັບບັນດາວິທີການໜູນຊ່ວຍດ້ານເຕັກນິກ, ລະບົບພື້ນຖານໂຄງລ່າງກ່ຽວກັບການປ້ອງກັນ - ຕ້ານໄພທຳມະຊາດນັ້ນ, ຫວຽດນາມຈະເສີມຂະຫຍາຍປະສິດທິຜົນທີ່ດີເພື່ອແນໃສ່ປະກອບສ່ວນເພີ່ມລັກສະນະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫຼຸດຜ່ອນຜົນເສຍຫາຍໂດຍໄພທຳມະຊາດກໍ່ຂຶ້ນ.

        ທີ່ເຫດການ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ລົງນາມໃນຂອບຄູ່ຮ່ວມມືກັບບັນດາອົງການສາກົນ ແລະ ບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານເພື່ອພ້ອມກັນຮ່ວມມືປະຕິບັດເປົ້າໝາຍຫຼຸດຜ່ອນຜົນເສຍດາຍຈາກໄພທຳມະຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ