ຫວຽດນາມ ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນແຖວໜ້າ, ຍາວນານ

(VOVWORLD) -ວັນທີ 22 ມີນາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານພັກປະຊາທິປະໄຕເສລີ, ນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide.
ຫວຽດນາມ ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນແຖວໜ້າ, ຍາວນານ - ảnh 1ທີ່ການໂອ້ລົມທາງໂທລະສັບ
(ພາບ: TTXVN)

ທີ່ການໂອ້ລົມທາງໂທລະສັບ, ທ່ານປະທານປະເທດ ຫງວຽນຝູຈ້ອງ ຢືນຢັນວ່າ, ຫວຽດນາມ ສະເໝີຕົ້ນສະເໝີປາຍຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນແຖວໜ້າ, ຍາວນານ, ມີຄວາມໄວ້ເນື້ອເຊື່ອໃຈສູງ ແລະ ສະເໜີໃຫ້ 2 ຝ່າຍເພີ່ມທະວີການພົບປະແລກປ່ຽນຢູ່ທຸກຂັ້ນ; ສະເໝີໃຫ້ ຍີ່ປຸ່ນ ຈົ່ງສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍຫວຽດນາມ ໃນການປະຕິບັດບັນດາຍຸດທະສາດ, ແຜນການພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸຜົນສຳເລັດ.

        ໂດຍຕາງໜ້າໃຫ້ພັກປະຊາທິປະໄຕເສລີ ແລະ ລັດຖະບານຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ຢືນຢັນໄດ້ຖືການພົວພັນຄູ່ຮ່ວມມືເລິກເຊິ່ງ, ກວ້າງຂວາງລະຫວ່າງຫວຽດນາມ - ຍີ່ປຸ່ນ ເປັນສຳຄັນ ແລະ ຕັດສິນໃຈປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງ 2 ປະເທດກວ່າອີກ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໃຫ້ຮູ້ວ່າ, ໃນສະພາບໂລກລະບາດໂຄວິດ-19 ສືບຕໍ່ມີການຜັນແປຢ່າງສັບສົນນັ້ນ, ຍີ່ປຸ່ນ ຈະສືບຕໍ່ຮ່ວມມືກັບຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ສະແດງຄວາມປາດຖະໜາຢາກຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອນຳການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງຮອບດ້ານ, ແທດຈິງ, ມີປະສິດທິຜົນ, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດໃນປີ 2023.

        ທີ່ການໂອ້ລົມທາງໂທລະສັບ, ການນຳ 2 ທ່ານກໍ່ໄດ້ແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ