ຫວຽດນາມ ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານ

(VOVWORLD) - ທ່ານປາດຖະໜາວ່າ ຢາກພ້ອມກັບຍີ່ປຸ່ນ ຜັນຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ໄດ້ຮັບການຍົກລະດັບໃຫ້ແທດຈິງ, ມີປະສິດທິຜົນ.
ຫວຽດນາມ ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານ - ảnh 1(ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki)

        ຕອນບ່າຍວັນທີ 09 ຕຸລາ, ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເນັ້ນໜັກວ່າ, ແຜນນະໂຍບາຍສະເໝີຕົ້ນສະເໝີປາຍໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ແມ່ນຖື ຍີ່ປຸ່ນ ເປັນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານ; ທ່ານປາດຖະໜາວ່າ ຢາກພ້ອມກັບຍີ່ປຸ່ນ ຜັນຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ໄດ້ຮັບການຍົກລະດັບໃຫ້ແທດຈິງ, ມີປະສິດທິຜົນ. ທ່ານຖືວ່າ, ຫວຽດນາມ ແລະ ຍີ່ປຸ່ນ ຍັງມີກຳລັງບົ່ມຊ້ອນຫຼາຍຢ່າງຕ້ອງຜັນຂະຫຍາຍໃນໄລຍະຈະມາເຖິງ, ພິເສດແມ່ນສຳລັບບັນດາຂົງເຂດເຊິ່ງ ຍີ່ປຸ່ນ ມີທ່າແຮງ, ຄື: ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ປັນຍາປະດິດ…; ສືບຕໍ່ເອົາໃຈໃສ່ຊຸກຍູ້ການຮ່ວມມື ແລະ ຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງທ້ອງຖິ່ນຕ່າງໆຂອງ 2 ປະເທດ.

        ສ່ວນທ່ານເອກອັກຄະລັດຖະທູດ Ito Naoki, ໃຫ້ຮູ້ວ່າ, ຍີ່ປຸ່ນ ຈະສືບຕໍ່ມານະພະຍາຍາມເພື່ອສ້າງສະພາບແວດລ້ອມເປັນຢ່າງດີກວ່າໃຫ້ແກ່ຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກຢູ່ ຍີ່ປຸ່ນ ກໍຄືມີນະໂຍບາຍດຶງດູດຜູ້ອອກແຮງງານໜຸ່ມໄປເຮັດວຽກຢູ່ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ