ຫວຽດນາມ ຖື ລັດເຊຍ ແມ່ນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ, ເປັນມູນເຊື້ອ ແລະ ຍາວນານ

ຫວຽດນາມ ຖື ລັດເຊຍ ແມ່ນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ, ເປັນມູນເຊື້ອ ແລະ ຍາວນານ - ảnh 1
(ພາບປະກອບ)

(vovworld) - ຫວຽດນາມ ຖື ລັດ​ເຊຍ ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບດ້ານ, ​ເປັນ​ມູນ​ເຊື້ອ ​ແລະ ຍາວ​ນານ, ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ຟ້າ​ມຊວນ​ເຊີນ, ​ທີ່​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ປີ 2013 ຂອງ​ສະຖານທູດ​ຫວຽ​ດນາມ ປະຈຳ​ລັດ​ເຊຍ, ​ໃນ​ວັນ​ທີ 31/12. ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມຊວນ​ເຊີນ ​ເນັ້ນ​ໜັກ​ວ່າ ສະຖານທູດ​ຫວຽດນາມ ປະຈຳ​ລັດ​ເຊຍ ຕ້ອງ​ເພີ່ມ​ທະວີ, ຊຸກຍູ້​ການ​ພົວພັນ​ດັ່ງກ່າວ​ຢ່າງ​ບໍ່​ຢຸດ​ຢັ້ງ.

        ​ໃນ​ປີ 2014, ໝູ່​ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ ປະຈຳ​ລັດ​ເຊຍ ​ໄດ້​ຊາບ​ຊຶມ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ການທູດ​ຄັ້ງ​ທີ 28 ດ້ວຍ​ຫົວ​ຂໍ້ “ການ​ທູດ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ”, ​ເປ​ັນ​​ເຈົ້າ​ການ​ຍົກ​ອອກ​ບັນດາ​ມາດ​ຕະການ​ຍົກ​ສູງ​ການ​ປະຕິ​ບັດ​ວຽກ​ງານ​ຢ່າງ​ມີ​ປະສິດທິ​ຜົນ, ກໍ່ສ້າງ​ໂຄງການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ປະຕິບັດ​ໜ້າ​ທີ່​ການ​ເມືອງຢ່າງ​ມີ​ໄຊ ​ແລະ ກໍ່ສ້າງ​ສະຖານທູດ​ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ມີ​ຄວາມສາມັກຄີ, ໝັ້ນຄົງ​ເຂັ້ມ​ແຂງ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້ສາຍ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ລັດ ​ແລະ ປະຊາຊົນ 2 ປະ​ເທດ​ຫວຽດນາມ - ລັດ​ເຊຍ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ