ຫວຽດ​ນາມ ຖືກ​ຈັດຢູ່​ອັນ​ດັບ​ທີ 25 ໃນ​ໂລກ ກ່ຽວ​ກັບ​ດັດ​ຊະ​ນີ​ຄວ​າມ​ປອດ​ໄພ​ຂອງ​ຂໍ້​ມູນ​ທາງ​ອິນ​ເຕີ​ເນັດ

(VOVWORLD) -ວັນທີ 27 ຕຸລາ, ກົມຄວາມປອດໄພດ້ານຂໍ້ມູນຂ່າວສານ (ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ) ໄດ້ສົມທົບກັບ ກຸ່ມບໍລິສັດ IEC ຈັດຕັ້ງກອງປະຊຸມສຳມະນາ ແລະ ງານວາງສະແດງສາກົນ ກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ຫວຽດນາມ ປີ 2021 (Vietnam Security Summit 2021) ຕາມຮູບການທາງໄກ.
ຫວຽດ​ນາມ ຖືກ​ຈັດຢູ່​ອັນ​ດັບ​ທີ 25 ໃນ​ໂລກ ກ່ຽວ​ກັບ​ດັດ​ຊະ​ນີ​ຄວ​າມ​ປອດ​ໄພ​ຂອງ​ຂໍ້​ມູນ​ທາງ​ອິນ​ເຕີ​ເນັດ - ảnh 1ກອງປະຊຸມສຳມະນາ ແລະ ງານວາງສະແດງສາກົນ ກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ຫວຽດນາມ ປີ 2021 (ພາບ: qdnd.vn) 

ດ້ວຍຫົວຂໍ້ “ຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດໃນສັງກາດ ດີຈີຕອນ: ສິ່ງທ້າທາຍ ແລະ ວິທີການແກ້ໄຂ”, ກອງປະຊຸມສຳມະນາແມ່ນເວທີປາໄສຮັບເອົາຄຳຄິດເຫັນຂອງນັກຊ່ຽວຊານພາຍໃນປະເທດ ແລະ ສາກົນ ກ່ຽວກັບບົດຮຽນໃນການຍົກສູງກຳລັງຄວາມສາມາດຮັບມືກັບຄວາມສ່ຽງຕ່າງໆໃນການປ້ອງກັນຄວາມປອດໄພ, ຄວາມໝັ້ນຄົງໃນເຄືອຂ່າຍອິນເຕີເນັດ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຫງວຽນຮຸຍຢຸງ ໃຫ້ຮູ້ວ່າ:

        “ຫວຽດນາມ ພວມຖືກຈັດຢູ່ອັນດັບທີ 25 ໃນທົ່ວໂລກກ່ຽວກັບດັດຊະນີຄວາມປອດໄພຂອງຂໍ້ມູນຂ່າວສານໃນເຄືອຂ່າຍອິນເຕີເນັດ. ນີ້ແມ່ນໝາກຜົນແຫ່ງຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຮັບປະກັນຄວາມປອດໄພຂອງຂໍ້ມູນຂ່າວສານໃນເຄືອຂ່າຍອິນເຕີເນັດໃນການເຄື່ອນໄຫວຂອງອົງການຈັດຕັ້ງ, ສ່ວນບຸກຄົນໃນເຄືອຂ່າຍອິນເຕີເນັດ ແລະ ພວກເຮົາຍັງຕ້ອງມານະພະຍາຍາມຫຼາຍກວ່າອີກໃນໄລຍະຕໍ່ໄປ. ໃນໄລຍະຈະມາເຖິງ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຈະປະຕິບັດບັ້ນເຄື່ອນໄຫວປ້ອງກັນຄວາມປອດໄພໃນເຄືອຂ່າຍອິນເຕີເນັດ ໃຫ້ແກ່ປະຊາຊົນຢ່າງທົ່ວເຖິງ ສະໜອງແອັບຟີເຄຊັນ, ການບໍລິການປ້ອງກັນຄວາມປອດໄພຂອງຂໍ້ມູນຂ່າວສານໂດຍພື້ນຖານໃນໂປແກຼມຂອງໂທລະສັບມືຖື”.

 

ຕອບກັບ

ຂ່າວ/ບົດ​ອື່ນ