ຫວຽດນາມ ຖືກຈັດເຂົ້າ Top 20 ພື້ນຖານເສດຖະກິດກ່ຽວກັບການດຶງດູດທຶນ FDI ຂອງໂລກ

(VOVWORLD) -ດ້ວຍການດຶງດູດຈຳນວນເງິນລົງທຶນ 16 ຕື້ USD ໃນປີ 2020, ຫວຽດນາມ ໄດ້ເພີ່ມຂຶ້ນ 5 ຂັ້ນ, ຈັດອັນດັບທີ 19 ໃນຕາຕະລາງບັນດາພື້ນຖານເສດຖະກິດດຶງດູດເງິນລົງທຶນຂອງຕ່າງປະເທດ (FDI) ຫລາຍກວ່າໝູ່ໃນໂລກ.
ຫວຽດນາມ ຖືກຈັດເຂົ້າ Top 20 ພື້ນຖານເສດຖະກິດກ່ຽວກັບການດຶງດູດທຶນ FDI ຂອງໂລກ - ảnh 1(ພາບປະກອບ: ສຳນັກຂ່າວສານຫວຽດນາມ)

ກ່ຽວກັບດ້ານການຄ້າ ແລະ ການພັດທະນາ (UNCTAD) ຫາກໍ່ປະກາດຫວ່າງແລ້ວນີ້ ດ້ວຍການດຶງດູດຈຳນວນເງິນລົງທຶນ 16 ຕື້ USD ໃນປີ 2020, ຫວຽດນາມ ໄດ້ເພີ່ມຂຶ້ນ 5 ຂັ້ນເພື່ອເປັນຄັ້ງທຳອິດບືນຂຶ້ນຈັດອັນດັບທີ 19 ໃນຕາຕະລາງບັນດາພື້ນຖານເສດຖະກິດດຶງດູດເງິນລົງທຶນຂອງຕ່າງປະເທດ (FDI) ຫລາຍກວ່າໝູ່ໃນໂລກ.

ສິງກະໂປ ແລະຍີ່ປຸ່ນ ນຳຫນ້າໃນບັນຊີລາຍຊື່ບັນດາປະເທດ ແລະເຂດແຄ້ວນມາລົງທຶນ ຢູ່ ຫວຽດນາມ. ລະອຽດຄື: ສິງກະໂປ ດ້ວຍເງິນລົງທຶນແມ່ນ 5,64 ຕື້ USD, ກວມເອົາເກືອບ 37% ຍອດເງິນລົງທຶນຂອງຕ່າງປະເທດຢູ່ຫວຽດນາມ ແລະ ຍີ່ປຸ່ນ ຢືນອັນດັບ 2 ດ້ວຍ 2,44 ຕື້USD ເພີ່ມຂຶ້ນເກືອບ 67%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

UNCTAD ກໍ່ໃຫ້ຂໍ້ສັງເກດວ່າ: ເພື່ອດຶງດູດເງິນລົງທຶນຂອງຕ່າງປະເທດໃຫ້ຫລາຍກວ່າອີກ, ບັນດາພື້ນຖານເສດຖະກິດ ຄວນຊຸກຍູ້ການລົງທຶນເຂົ້າພື້ນຖານໂຄງລ່າງ ແລະ ຫັນປ່ຽນພະລັງງານ ກໍຄືເພີ່ມທະວີລັກສະນະເພິ່ງຕົນເອງຂອງບັນດາພື້ນຖານເສດຖະກິດ ພ້ອມກັບເອົາໃຈໃສ່ເປັນພິເສດເຖິງການຮັກສາສຸຂະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ