ຫວຽດນາມ ຖືການພົວພັນກັບລັດເຊຍເປັນສຳຄັນ; ຊຸກຍູ້ການພົວພັນ ຫວຽດນາມ - ອາເມລິກາ; ຈັດສົ່ງຜູ້ຕາງຫນ້າໄປເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS

(VOVWORLD) -ຕອນບ່າຍວັນທີ 17 ສິງຫາ, ທີ່ການຖະແຫລງຂ່າວນັດສາມັນຢູ່ ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວໂດຍກ່ຽວຂ້ອງເຖິງຄຳປາໄສຂອງທ່ານ Sergei Shoigu, ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນລັດເຊຍ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ ແລະ ລັດເຊຍ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ຟ້າມທູຮັ່ງ ຊີ້ແຈ້ງວ່າ:

“ຫວຽດນາມ ຍາມໃດ ກໍ່ຖືການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ລັດເຊຍ ໃນຫລາຍຂົງເຂດເປັນສຳຄັນ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ. ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍ ໄດ້ຮັບການຮັກສາ ແລະພັດທະນາສອດຄ່ອງກັບບັນດາເອກະສານ, ຂໍ້ຕົກລົງຮ່ວມມື, ເປັນຕົ້ນແມ່ນຖະແຫລງການວິໄສທັດຮ່ວມກ່ຽວກັບການພົວພັນຮ່ວມມືດ້ານປ້ອງກັນຊາດໄລຍະ 2020 2022 ແລະ ບັນດາກົນໄກຮ່ວມມືອື່ນຊື່ງໄດ້ສ້າງຂຶ້ນໃນໄລຍະຜ່ານມາ, ຜ່ານັ້ນ ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ຄວາມປອດໄພ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ກໍ່ຄືໃນໂລກ."                                                                     

ສຳລັບແຫລ່ງຂ່າວທີ່ວ່າ ປະທານາທິບໍດີ ອາເມລິກາ Joe Biden ຈະມາຢ້ຽມຢາມ ຫວຽດນາມ ໃນໄລຍະຈະມາເຖິງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ຟ້າມທິທູຮັ່ງ ຊີ້ແຈ້ງວ່າ ສອງຝ່າຍ ພວມແລກປ່ຽນບັນດາມາດຕະການເພື່ອສືບຕໍ່ເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງກວ່າ ຕາມທິດສະຖຽນລະພາບ, ແທດຈິງ, ຍາວນານ, ມຸ່ງໄປເຖິງການພົວພັນຂຶ້ນສູ່ລະດັບໃຫມ່ເມື່ອມີເງື່ອນໄຂເໝາະສົມ ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ