ຫວຽດ​ນາມ ຖື​​​​ການ​ພົ​ວ​ພັນ​ຮ່ວມ​ມືມິດ​ຕະ​ພາບຫຼາຍ​ດ້ານ ກັບ ບຸນ​ກາ​ລີ ​ເປັນສຳ​ຄັນ

(VOVWORLD) -  ໃນການເດີນທາງໄປຢ້ຽມຢາມ ບຸນກາລີ ຢ່າງເປັນທາງການ, ຕອນບ່າຍວັນທີ 24 ກັນຍາ (ເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ໂຊເຟຍ, ທ່ານ ເວືອງດິງເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Simeon Dimchev ປະທານສະມາຄົມມິດຕະພາບ ບຸນກາລີ - ຫວຽດນາມ.
ຫວຽດ​ນາມ ຖື​​​​ການ​ພົ​ວ​ພັນ​ຮ່ວມ​ມືມິດ​ຕະ​ພາບຫຼາຍ​ດ້ານ ກັບ ບຸນ​ກາ​ລີ ​ເປັນສຳ​ຄັນ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບຄະນະການນຳສະມາຄົມມິດຕະພາບ ບຸນກາຣີ - ຫວຽດນາມ (ພາບ: quochoi.vn)

ທ່ານ ເວືອງດິງເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ ຊີ້ແຈ້ງວ່າ ຫວຽດນາມ ຖືການພົວພັນຮ່ວມມືມິດຕະພາບຫຼາຍດ້ານ ກັບ ບຸນກາລີ ເປັນສຳຄັນ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫັນດີເປັນເອກະພາບ ແລະ ສະແດງການສະໜັບໜູນ ຂໍ້ສະເໜີຕ່າງໆທີ່ ສະມາຄົມມິດຕະພາບ ບຸນກາລີ - ຫວຽດນາມ ຍົກອອກມາ ກ່ຽວກັບການເພີ່ມທະວີການຮ່ວມມືດ້ານວັດທະນະທຳ, ດ້ານການສຶກສາ ແລະ ການຮ່ວມມືທ້ອງຖິ່ນ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ສະເໜີໃຫ້ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ບຸນກາລີ ແລະ ກຸ່ມສະມາຊິກລັດຖະສະພາ ມິດຕະພາບ ບຸນກາລີ - ຫວຽດນາມ ແລະ ສະຖານທູດ ຫວຽດນາມ ປະຈຳ ບຸນກາລີ ຕັ້ງໜ້າຊຸກຍູ້ບັນດາກິດຈະກຳການເຄື່ອນໄຫວພົບປະແລກປ່ຽນຂອງປະຊາຊົນສອງປະເທດໃຫ້ແທດຈິງ ແລະ ມີປະສິດທິຜົນກ່ວາເກົ່າ.

       ສ່ວນ ທ່ານ Simeon Dimchev ປະທານສະມາຄົມມິດຕະພາບ ບຸນກາລີ - ຫວຽດນາມ ໃຫ້ຮູ້ວ່າ: ການທີ່ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ສະຫຼະເວລາເພື່ອພົບປະກັບ ສະມາຄົມມິດຕະພາບ ບຸນກາລີ - ຫວຽດນາມ ກໍ່ສະແດງໃຫ້ເຫັນເຖິງການໃຫ້ຄວາມສຳຄັນ ຕໍ່ການພົວພັນຮ່ວມມື, ແລກປ່ຽນ ລະຫວ່າງ ປະຊາຊົນສອງປະເທດ ໄປຄຽງຄູ່ກັບບັນດາການເຄື່ອນໄຫວທາງການທູດຂອງລັດ. ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1993 ເຖິງປັດຈຸບັນ, ສະມາຄົມມິດຕະພາບ ບຸນກາລີ - ຫວຽດນາມ ຍາມໃດກໍ່ຮັກສາສາຍພົວພັນຢ່າງເປັນປົກກະຕິກັບ ສະມາຄົມມິດຕະພາບ ຫວຽດນາມ - ບຸນກາລີ.

       ກ່ອນໜ້ານັ້ນ, ໃນຕອນເຊົ້າຂອງວັນດຽວກັນ, ທ່ານ ເວືອງດິງເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຢ້ຽມຊົມ ຫໍພິພິທະພັນປະຫວັດສາດແຫ່ງຊາດ ບຸນກາລີ.

ຕອບກັບ

ຂ່າວ/ບົດ​ອື່ນ