ຫວຽດນາມ ຖືການຮ່ວມມືກັບ OECD ເປັນສໍາຄັນ

(VOVWORLD) -ຫວຽດນາມ ຖືການຮ່ວມມືກັບ OECD ເປັນສໍາຄັນ ທັງໃນຂອບເຂດສອງຝ່າຍ ແລະ ພາກພື້ນ
ຫວຽດນາມ ຖືການຮ່ວມມືກັບ OECD ເປັນສໍາຄັນ - ảnh 1ທ່ານຮອງນາຍົກລັດຖະມົນຕີເວືອງດິງເຫວ້ ຕ້ອນຮັບທ່ານ Jan Rielander, ຜູ້ອໍານວຍການພາກສ່ວນ “ສ້າງບົດລາຍງານການສໍາຫຼວດກວດກາແຫ່ງຊາດຫຼາຍທິດ (ພາບ: VGP)

ຕອນບ່າຍວັນທີ 03 ທັນວາ, ຢູ່່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Jan Rielander, ຜູ້ອໍານວຍການພາກສ່ວນ “ສ້າງບົດລາຍງານການສໍາຫຼວດກວດກາແຫ່ງຊາດຫຼາຍທິດ (MDCR)” ຂອງສູນການພັດທະນາຂອງ ອົງການຈັດຕັ້ງຮ່ວມມື ແລະ ພັດທະນາເສດຖະກິດ (OECD) ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້ ຢັ້ງຢືນວ່າ ຫວຽດນາມ ຖືການຮ່ວມມືກັບ OECD ເປັນສໍາຄັນ ທັງໃນຂອບເຂດສອງຝ່າຍ ແລະ ພາກພື້ນ. ທ່ານ ເວືອງດິງເຫວ້ ໃຫ້ຮູ້ວ່າ ຫວຽດນາມ ພວມສະຫຼຸບຍຸດທະສາດເສດຖະກິດ - ສັງຄົມ ໄລຍະ 2011 – 2020 ແລະ ເລີ່ມຕົ້ນການສ້າງຍຸດທະສາດໃຫ້ແກ່ໄລຍະ 2020 - 2030 ແລະ ສ້າງແຜນການ 05 ປີ ໄລຍະ 2021 – 2025. ດັ່ງນັ້ນ, ເລື່ອງ OECD ຜັນຂະຫຍາຍການກໍ່ສ້າງ MDCR ຈະໜູນຊ່ວຍໃຫ້ການສະຫຼຸບ, ວາງແຜນກໍານົດນະໂຍບາຍຂອງຫວຽດນາມ ໃນໄລຍະຈະມາເຖິງ ໄດ້ ຢ່າງຫຼວງຫຼາຍ.

ທ່ານ Jan Rielander ຕີລາຄາສູງທີ່ຕັ້ງ ແລະ ບົດບາດຂອງຫວຽດນາມໃນພາກພື້ນ ອາຊີຕາເວັກອອກ ແລະ ອາຊີປາຊີຟິກ ນັບແຕ່ເມື່ອຫວຽດນາມ ເປັນສະມາຊິກສົມບູນຂອງສູນພັດທະນາ ຂອງ OECD ແຕ່ປີ 2018. OECD ພວມສົມທົບກັບບັນດາປະເທດ ເພື່ອຜັນຂະຫຍາຍການສ້າງບົດລາຍງານການສໍາຫຼວດກວດກາແຫ່ງຊາດຫຼາຍທິດ (MDCR), ໃນນັ້ນ ມີຫວຽດນາມ ເພື່ອແນໃສ່ຍົກອອກບັນດາຂໍ້ສັງເກດສິ່ງທ້າທາຍ, ຂໍ້ສະເໜີບັນດາມາດຕະການກັບບັນດາລັດຖະບານ ເພື່ອມຸ່ງໄປເຖິງການພັດທະນາມະນຸດ, ວັດທະນາຖາວອນ ແລະ ສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ