ຫວຽດ​ນາມ ຖື​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ກະ​ທຳ​ຂອງ​ປະ​ຊາ​ຊົນ​ແມ່ນ​ພື້ນ​ຖານ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ກອງປະຊຸມສຸດຍອດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດປີ 2021 (CAS 2021) ຖືກໄຂຂຶ້ນໃນວັນທີ 26 ມັງກອນ ຕາມຮູບການທາງອອນລາຍ ໂດຍລັດຖະບານ ໂຮນລັງ ຈັດຕັ້ງຂຶ້ນ.
ຫວຽດ​ນາມ ຖື​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ກະ​ທຳ​ຂອງ​ປະ​ຊາ​ຊົນ​ແມ່ນ​ພື້ນ​ຖານ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: baotainguyenmoitruong.vn)

ກອງປະຊຸມສຸດຍອດດັ່ງກ່າວ ມີການເຂົ້າຮ່ວມຂອງການນຳຫຼາຍທ່ານໃນທົ່ວໂລກ ເພື່ອປຶກສາຫາລືກ່ຽວກັບ 11 ຫົວຂໍ້ໃຫຍ່ ເປັນຕົ້ນແມ່ນບັນຫາຊັບພະຍາກອນນ້ຳ; ກະສິກຳ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ. ກອງປະຊຸມດັ່ງກ່າວ ກໍໄດ້ປຸກລະດົມ ໂຄງການດຳເນີນງານກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຮອດປີ 2030 ໃນທົ່ວໂລກ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ລັດຖະບານ ຫວຽດນາມ ຖຶການຮ່ວມແຮງຮ່ວມໃຈ ກະທຳຂອງປະຊາຊົນແຕ່ລະຄົນແມ່ນພື້ນຖານແກ່ການຜັນຂະຫຍາຍໂຄງການ, ການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີໄຊ. ທ່ານກ່າວວ່າ:

        “ທີໜຶ່ງແມ່ນ ຄວນຍົກສູງກຳລັງຄວາມສາມາດຮັບມືຂອງວົງຄະນະຍາດ, ການເຂົ້າຮ່ວມຂອງປະຊາຊົນແຕ່ລະຄົນ, ເພີ່ມທະວີຄວາມສາມາດຮັບມື ແລະ ອົດທົນຂອງທຸກຂະແໜງການ ແລະ ຂົງເຂດ ຕໍ່ໜ້າບັນດາການຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ທີສອງແມ່ນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຕິດພັນກັບການພັດທະນາແບບຍືນຍົງ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະ ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເບື້ອງຫຼັງ. ທີສາມແມ່ນ, ເພີ່ມທະວີການຊ່ວຍເຫຼືອສາກົນໃຫ້ແກ່ບັນດາປະເທດພວມພັດທະນາກ່ຽວກັບດ້ານການເງິນ ແລະ ເຕັກໂນໂລຢີ ເພື່ອຮັບໃຊ້ການປ່ຽນແປງຂອງດິນຟ້າອາກາດ. ທີສີ່ແມ່ນ, ຊຸກຍູ້ສາຍພົວພັນຮ່ວມມືກັບຫຼາຍຄູ່ຮ່ວມມື, ສົ່ງເສີມ, ດຶງດູດວິສາຫະກິດ, ນັກວິທະຍາສາດ, ວົງຄະນະຍາດຊຸມຊົນ ແລະ ບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ເຂົ້າຮ່ວມບັນດາການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ຫວຽດນາມ ຈະສືບຕໍ່ຕັ້ງໜ້າເຂົ້າຮ່ວມເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ເພື່ອແນໃສ່ຫັນສິ່ງທ້າທາຍ ຍ້ອນການປ່ຽນແປງຂອງດິນຟ້າອາກາດ ເປັນໂອກາດພັດທະນາແບບຍືນຍົງໃຫ້ແກ່ທຸກຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ