ຫວຽດນາມ ຖືການເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ອາຣັບບິ ຊາອຸດິ ເປັນສຳຄັນ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ເນັ້ນໜັກວ່າ: ຫວຽດນາມ ຖືການເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ອາຣັບບິ ຊາອຸດິ ເປັນສຳຄັນ
ຫວຽດນາມ ຖືການເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ອາຣັບບິ ຊາອຸດິ ເປັນສຳຄັນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄາຍ ໄດ້ຕ້ອນຮັບທ່ານ Ahmed bin Aqeel – Khateed, ລັດຖະມົນຕີກະຊວງທ່ອງທ່ຽວ ອາຣັບບິ ຊາອຸດິ
(ພາບ: An Đăng/TTXVN)

ຕອນເຊົ້າວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄາຍ ໄດ້ຕ້ອນຮັບທ່ານ Ahmed bin Aqeel – Khateed, ລັດຖະມົນຕີກະຊວງທ່ອງທ່ຽວ ອາຣັບບິ ຊາອຸດິ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ເນັ້ນໜັກວ່າ: ຫວຽດນາມ ຖືການເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ອາຣັບບິ ຊາອຸດິ ເປັນສຳຄັນ, ແມ່ນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ຢູ່ພາກພື້ນ ຕາເວັນອອກກາງ. ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ຫວັງວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ອາຣັບບິ ຊາອຸດິ ຈະພັດທະນາຢ່າງແທດຈິງ, ມີປະສິດທິຜົນໃນໄລຍະຈະມາເຖິງ.

        ສ່ວນທ່ານ ລັດຖະມົນຕີກະຊວງທ່ອງທ່ຽວ ອາຣັບບິ ຊາອຸດິ Ahmed bin Aqeel – Khateed ສະແດງຄວາມປາດຖະໜາຢາກໃຫ້ ຫວຽດນາມ ແລະ ອາຣັບບິ ຊາອຸດິ ຈະສືບຕໍ່ຍູ້ແຮງການຮ່ວມມືໃນຂົງເຂດຕ່າງໆຄື: ພະລັງງານ, ການລົງທຶນ, ອຸດສາຫະກຳປະດິດສ້າງ, ວັດທະນະທຳ…

ຕອບກັບ

ຂ່າວ/ບົດ​ອື່ນ