ຫວຽດນາມ ຖອນການ ເປັນເຈົ້າພາບຈັດຕັ້ງ ASIAD 18

ຫວຽດນາມ ຖອນການ ເປັນເຈົ້າພາບຈັດຕັ້ງ ASIAD 18 - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 17/04, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ເປັນ​ປະທານກອງ​ປະຊຸມ​ກ່ຽວ​ກັບ​​ເລື່ອງ​ເປັນ​ເຈົ້າ​ພາບ ​ແລະ ກະ​ກຽມ​ຈັດ​ຕັ້ງ ​ງານ​ມະຫາ​ກຳ​ກິລາອາຊີ ຄັ້ງ​ທີ 18 (ASIAD 18) ​ໃນ​ປີ 2019.

        ພາຍຫຼັງ​ຮັບ​ຟັງ​ບົດ​ລາຍ​ງານ​ຂອງ​ກະຊວງ​ວັດ​ທະນະ​ທຳ ກິລາ ​ແລະ ທ່ອງ​ທ່ຽວ, ບົດ​ລາຍ​ງານ​ຂອງ​ຫ້ອງ​ວ່າການ​ລັດຖະບານ ​ແລະ ຄຳ​ເຫັນ​ຂອງ​ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ​້ສະຫຼຸບ​ເລື່ອງ​ເປັນ​ເຈົ້າພາບ​ ​ແລະ ຈັດ​ຕັ້ງບັນດາ​ເຫດການ​ກິລາ​ພາກພື້ນ ​ແລະ ສາກົນ​ສຳ​ເລັດ​ຜົນ ຈະ​ໄດ້​ປະກອບສ່ວນ​ພັດທະນາ​​ເສດຖະກິດ, ສັງ​ຄົມ ​ແລະ ​ໂຄສະນາ​ຮູບ​ພາບ, ຍົກ​ສູງ​ທີ່​ຕັ້ງ​ຂອງ​ປະ​ເທດ​ຊາດ. ​ແຕ່​ວ່າ, ຖ້າ​ການຈັດ​ຕັ້ງ​ບໍ່ຮອບ​ຄອບ​ທີ່​ຖ້​ວນ, ບໍ່​ສຳ​ເລັດ ຈະ​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ. ​ໃນ​ສະພາບຫວຽດນາມ ​ພວມ​ຮັບຜົນສະທ້ອນ​ຢ່າງ​ໜັກໜ່ວງ​ຈາກ​ວິ​ກິດ​ການ​ການ​ເງິນ ​ແລະ ການ​ຊຸດ​​ໂຊມດ້ານ​ເສດຖະກິດ​ທົ່ວ​ໂລກ, ສະພາບ​ເສດຖະກິດ, ສັງຄົມ​ຂອງ​ປະ​ເທດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ງົບປະມານ​ຂອງ​ລັດ ຍັງສຸມ​ໃສ່​ໃຫ້​ບຸລິມະສິດ​​ແກ່​ການລົງທຶນ​ໃຫ້​ບັນດາໜ້າ​ທີ່​ຮີບ​ດ່ວນ ​ແລະ ຈຳ​ເປັນ. ສະ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ມອບ​ໜ້າ​ທີ່​ໃຫ້​ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ, ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ​ເຮັດ​ວຽກກັບ​ສະພາ Olympic ອາຊີ (OCA) ​ແລະ ບັນດາ​ຄູ່​ຮ່ວມ​ມື​ທີ່​ກ່ຽວຂ້ອງ​ຢ່າງ​ຮີບ​ດ່ວນ ​ເພື່ອ​ມີ​ວິທີຖອນ​ການ​​ເລື່ອງ​ເຈົ້າພາບ, ບໍ່​ຈັດ​ຕັ້ງ ASIAD 18 ຢູ່​ຮ່າ​ໂນ້ຍ ຢ່າງ​ເໝາະ​ສົມ. ຫວຽດນາມ ຈະ​ຂໍ​ເປັນ​ເຈົ້າພາບ​ຈັດ​ຕັ້ງ ASIAD ​ໃນ​ຈຸດ​ເວລາ​ທີ່​ເໝາະ​ສົມ.

ຂ່າວ/ບົດ​ອື່ນ