ຫວຽດນາມ: ຖ້ຽວບິນການຄ້າສາກົນຖ້ຽວທຳອິດເລີ່ມເຄື່ອນໄຫວປົກກະຕິພາຍຫຼັງຢຸດຕິຊົ່ວຄາວມາເປັນເວລາຫຼາຍເດືອນຍ້ອນໂລກລະບາດໂຄວິດ-19

(VOVWORLD) -ໃນເວລາ 6 ໂມງ 30 ນາທີຂອງວັນທີ 19 ກັນຍາ, ຖ້ຽວບິນໝາຍເລກ VN310 ຂອງບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ຈາກຮ່າໂນ້ຍ ໄປໂຕກຽວ ໄດ້ເລີ່ມເດີນທາງຈາກສະໜາມບິນ ໂນ້ຍບາຍ ຢ່າງປອດໄພ

ຫວຽດນາມ: ຖ້ຽວບິນການຄ້າສາກົນຖ້ຽວທຳອິດເລີ່ມເຄື່ອນໄຫວປົກກະຕິພາຍຫຼັງຢຸດຕິຊົ່ວຄາວມາເປັນເວລາຫຼາຍເດືອນຍ້ອນໂລກລະບາດໂຄວິດ-19 - ảnh 1ຜູ້ໂດຍສານໃນຖ້ຽວບິນໄດ້ຈັດທີ່ນັ່ງຫ່າງກັນ

(ພາບ: thanhnien.vn)

ພາຍຫຼັງຢຸດຕິຊົ່ວຄາວມາ 6 ເດືອນ, ໃນເວລາ 6 ໂມງ 30 ນາທີຂອງວັນທີ 19 ກັນຍາ, ຖ້ຽວບິນໝາຍເລກ VN310 ຂອງບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ຈາກຮ່າໂນ້ຍ ໄປໂຕກຽວ ໄດ້ເລີ່ມເດີນທາງຈາກສະໜາມບິນ ໂນ້ຍບາຍ ຢ່າງປອດໄພ, ໂດຍໃຊ້ເວລາບິນແມ່ນ 5 ໂມງ 15 ນາທີ, ສະໜາມບິນລົງຈອດແມ່ນ Narita, ໂຕກຽວ, ປະເທດຍີ່ປຸ່ນ. ນີ້ແມ່ນຖ້ຽວບິນການຄ້າສາກົນຖ້ຽວປົກກະຕິທຳອິດຂອງ Vietnam Airlines ພາຍຫຼັງຕ້ອງຢຸດຕິຊົ່ວຄາວຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19. ນອກຈາກການຂົນສົ່ງຜູ້ໂດຍສານແລ້ວ, ຖ້ຽນບິນດັ່ງກ່າວຍັງຂົນສົ່ງສິນຄ້າເພື່ອແນໃສ່ຮັບໃຊ້ໃຫ້ແກ່ການແລກປ່ຽນການຄ້າ, ການຜະລິດອີກດ້ວຍ.

          ຜູ້ໂດຍສານໃນຖ້ຽວບິນໄດ້ຈັດທີ່ນັ່ງຫ່າງກັນ ເພື່ອແນໃສ່ຕອບສະໜອງບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ