ຫວຽດນາມ ຖືເປັນສຳຄັນ ການພົວພັນກັບບັນດາ ອົງການບໍ່ຂຶ້ນກັບ ລັດຖະບານຕ່າງປະເທດ

ຫວຽດນາມ ຖືເປັນສຳຄັນ ການພົວພັນກັບບັນດາ ອົງການບໍ່ຂຶ້ນກັບ ລັດຖະບານຕ່າງປະເທດ - ảnh 1
ກອງປະຊຸມ​ສາກົນ​ຄັ້ງ​ທີ 3 ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​
ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ
(ພາບ: thongtinthuongmai.vn)


(vovworld) - ​ ຕອນ​ເຊົ້າ​ວັນ​ທີ 28/11, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ “ກອງປະຊຸມ​ສາກົນ​ຄັ້ງ​ທີ 3 ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ”. ​ປະຈຸ​ບັນ, ຫວຽດນາມ ​​ໄດ້ມີ​ການພົວພັນ​ກັບ​ກວ່າ 950 ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ແລະ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ຫຼາຍ​ຂົງ​ເຂດ​ຄື: ສາທາລະນະ​ສຸກ, ການ​ສຶກສາ - ບຳລຸງ​ສ້າງ, ​ເສດຖະກິດ - ສັງຄົ​ມ, ຊັບພະຍາກອນ - ສິ່ງ​​ແວດ​ລ້ອມ...

        ຕໍ່ໜ້າ​ບັນດາ​ສິ່ງ​ທ້າ​ທາຍ​​ໃໝ່ ​ເມື່ອ​ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ, ບໍ່​ໄດ​້ຮັບ​ບຸລິມະສິດ​ກ່ຽວ​ກັບ​ການ​ອຸປະຖຳ, ສະພາບ​ການ​ເສດຖະກິດ​ໂລກ​ຟື້ນ​ຟຸຢ່າງ​ຊັກ​ຊ້າ​ກວ່າ​ການ​ຄາດ​ຄະ​ເນ, ຍາມ​ໃດພັກ ​ແລະ ລັດ ຫວຽດນາມ ກໍ່​ມີ​​ແຜນ​ນະ​ໂຍບາຍ, ຍາດ​ແຍ່ງ​ການ​​ຊ່ວຍ​​ເຫຼືອທີ່ລ້ຳ​ຄ່າ ​ແລະ ມີ​ປະສິດທິ​ຜົນ​ຂອງ​ລັດຖະບານປະ​ເທດຕ່າງໆ, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ສາກົນຕ່າງໆ... ທ່ານ ດົນຕ໋ວນຟອງ, ຮອງ​ຫົວໜ້າ​ຄະນະ​ກຳ​ມະ​ການ​ກ່ຽວ​ກັບ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດໃຫ້​ຮູ້​ວ່າ.

     “​ໃນ​ຕະຫຼອດ​ໄລຍະກວ່າ 20 ປີຜ່ານມາ, ປະຊາ​ຄົມ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ສາກົນໄດ້​ປະກອບສ່ວນ​ຢ່າງ​ມີ​ຄວາມ​ໝາຍ​ ​ແລະ ​ແທດ​ຈິງ​ເຂົ້າ​ໃນວຽກ​ງານ​ລົບ​ລ້າງຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາ​ມທຸກ​ຍາກ ​ແລະ ພັດທະນາ​ຂອງ​ຫວຽດນາມ, ຊ່ວຍ​ພວກ​ເຮົາ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​ກ່ຽວ​ກັບ​ເສດ​ຖະກິດ​ສັງຄົມ. ຄວາມ​ປາດ​ຖະໜາ​ຂອງ​ຫວຽດນາມ ​ແມ່ນ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນ​ດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ສາກົນ ຈະ​ສືບ​ຕໍ່​ພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ບັນດາອົງການ​ຄູ່​ຮ່ວມ​ມື​ຫວຽດນາມ ​ເພື່ອສືບ​ຕໍ່​ແກ້​ໄຂ​ບັນດາຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຂອງ​ຫວຽດນາມ ​ເພື່ອ​ໃຫ້​ຫວຽດນາມ ​ໃນ​ປະຈຸ​ບັນ ສາມາດ​ສືບ​ຕໍ່​ພັດທະນາ​ຢ່າງ​ວ່າງ​ໄວ ​ແລະ ໝັ້ໜຄົງ”.

    ກອງ​ປະຊຸມ​ສາກົນຄັ້ງ​ທີ 3 ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ໄດ້​ດຳ​ເນີນ​ໄປ​​ເປັນ​ເວລາ 2 ວັນ, ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ເນື້ອ​ໃນ​ຄື: ຕີ​ລາຄາ​ໝາກຜົນ​ການ​ຮ່ວມ​ມື​ໄລຍະ 2003 – 2013 ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ; ​ແບ່ງປັນ​ຂໍ້​ມູນ​ຂ່າວ​, ບົດຮຽນ​ລະຫວ່າງ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ, ​ແບ່ງປັນ​ບັນດາ​ບຸລິມະສິດ ​ແລະ ຄວາມ​ຕ້ອງການ​ຂອງ​ຫວຽດນາມ ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ໄລຍະ 2013 – 2017, ປຶກ​ສາ​ຫາລື​ມາດ​ຕະການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ