ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ການ​ເຈ​ລະ​ຈາ, ແລກ​ປ່​ຽນ​, ໃຫ້​ຄຳ​ປຶກ​ສາ​ນະ​ໂຍ​ບາຍ​ດ້ານ​ເສດ​ຖະ​ກິດ ກັບ​ສູນ​ຄົ້ນ​ຄ້​ວາ​ແຖວ​ໜ້າ​ຂອງ​ໂລກ

(VOVWORLD) -ທ່ານ Thomas Vallely ໃຫ້ຮູ້ວ່າ ມະຫາວິທະຍາໄລ Harvard ແລະ ມະຫາວິທະຍາໄລ Fulbright ຢາກສືບຕໍ່ປະກອບສ່ວນຊຸກຍູ້ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ຫວຽດນາມ.
ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ການ​ເຈ​ລະ​ຈາ, ແລກ​ປ່​ຽນ​, ໃຫ້​ຄຳ​ປຶກ​ສາ​ນະ​ໂຍ​ບາຍ​ດ້ານ​ເສດ​ຖະ​ກິດ ກັບ​ສູນ​ຄົ້ນ​ຄ້​ວາ​ແຖວ​ໜ້າ​ຂອງ​ໂລກ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານ Thomas Vallely ຫົວໜ້າໂຄງການຫວຽດນາມ ຢູ່ມະຫາວິທະຍາໄລ Harvard (ພາບ: TTXVN)

ຕອນບ່າຍວັນທີ 18 ມີນາ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານ Thomas Vallely ຫົວໜ້າໂຄງການຫວຽດນາມ ຢູ່ມະຫາວິທະຍາໄລ Harvard ແລະ ນັກຊ່ຽວຊານມະຫາວິທະຍາໄລ Fulbright ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕີລາຄາສູງຕໍ່ການປະກອບສ່ວນຂອງທ່ານ Thomas Vallely ໃນການສ້າງຕັ້ງມະຫາວິທະຍາໄລ Fulbright ຫວຽດນາມ ແລະ ທ່ານໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ຈະສືບຕໍ່ເອົາໃຈໃສ່ສ້າງເງື່ອນໄຂສະດວກເພື່ອໃຫ້ ມະຫາວິທະຍາໄລ Fulbright ຫວຽດນາມ ບື່ນຕົວຂຶ້ນກາຍເປັນໜຶ່ງໃນບັນດາສູນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຖືເປັນສຳຄັນການເພີ່ມທະວີ ການເຈລະຈາ, ແລກປ່ຽນ, ໃຫ້ຄຳປຶກສານະໂຍບາຍດ້ານເສດຖະກິດ - ພັດທະນາກັບສູນຄົ້ນຄ້ວາແຖວໜ້າຂອງໂລກ.

ສ່ວນທ່ານ Thomas Vallely ໃຫ້ຮູ້ວ່າ ມະຫາວິທະຍາໄລ Harvard ແລະ ມະຫາວິທະຍາໄລ Fulbright ຢາກສືບຕໍ່ປະກອບສ່ວນຊຸກຍູ້ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ຫວຽດນາມ. ທ່ານຢືນຢັນວ່າ ຈະຕັ້ງໜ້າສະໜັບສະໜູນຊ່ວຍເຫຼືອຫວຽດນາມໃນການຜັນຂະຫຍາຍມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຊຸກຍູ້ການເຕີບໂຕຂຽວ, ຫວັງວ່າ ຫວຽດນາມ ຈະເປັນແບບຢ່າງໃນໂລກ ແລະ ເປັນແຫຼ່ງບັນດາໃຈໃຫ້ບັນດາປະເທດພວມພັດທະນາໃນຂົງເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ