ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາຢາກພ້ອມ​ກັບ ຍີ່​ປຸ່ນ ເປີດ​ໄລ​ຍະ​ພັດ​ທະ​ນາໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ

(VOVWORLD) -ຫວຽດນາມ ຍາມໃດກໍຖືເປັນສຳຄັນແລະ ປາດຖະໜາຢາກພ້ອມກັບ ຍີ່ປຸ່ນ ເປີດໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງສອງປະເທດໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນກວ່າ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມືພັດທະນາ ແລະ ວັດທະນາຖາວອນຢູ່ພາກພື້ນ ແລະ ໃນໂລກ.
ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາຢາກພ້ອມ​ກັບ ຍີ່​ປຸ່ນ ເປີດ​ໄລ​ຍະ​ພັດ​ທະ​ນາໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໃນການພົບປະນອກກອງປະຊຸມ COP26 ຢູ່ ລາຊະອານາຈັກ ອັງກິດ (ພາບ: VOV)

ເມື່ອຕອບສຳພາດຕໍ່ນັກຂ່າວບັນດາອົງການສື່ມວນຊົນໃຫຍ່ຂອງ ຍີ່ປຸ່ນ ເປັນຕົ້ນແມ່ນ NHK, Jiji Press, Kyodo News, Nikkei… ໃນໂອກາດເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການແຕ່ວັນທີ 22 – 25 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍຖືເປັນສຳຄັນແລະ ປາດຖະໜາຢາກພ້ອມກັບ ຍີ່ປຸ່ນ ເປີດໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງສອງປະເທດໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນກວ່າ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມືພັດທະນາ ແລະ ວັດທະນາຖາວອນຢູ່ພາກພື້ນ ແລະ ໃນໂລກ. ໃນໄລຍະປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ສາຍພົວພັນ ຍີ່ປຸ່ນ ແລະ ຫວຽດນາມ ຍິ່ງໄດ້ສະແດງໃຫ້ເຫັນຢ່າງເລິກເຊິ່ງທີ່ສຸດ. ໃນໄລຍະເກີດໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບບໍ່ດີຕໍ່ເສດຖະກິດ - ສັງຄົມໃນທົ່ວໂລກ. ໃນໄລຍະເກີດໂລກລະບາດ, ສອງປະເທດຍາມໃດກໍແບ່ງປັນ, ຊ່ວຍເຫຼືອເຊິ່ງກັນແລະກັນ. ຫວຽດນາມ ໄດ້ຮັບການຊ່ວຍເຫຼືອຢ່າງມີປະສິດທິຜົນ ແລະ ທັນການຈາກ ຍີ່ປຸ່ນ ໃນການປ້ອງກັນ, ຕ້ານໂລກລະບາດ ດ້ວຍການຊ່ວຍເຫຼືອວັກຊິນກວ່າ 4 ລ້ານໂດສ ພ້ອມກັບວັດຖຸອຸປະກອນການແພດຫຼາຍຢ່າງອີກດ້ວຍ. ກ່ຽວກັບ ຫວຽດນາມ ກໍມີຄວາມເອົາໃຈໃສ່, ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງ, ວິສາຫະກິດ ຍີ່ປຸ່ນ ຢູ່ ຫວຽດນາມ ສືບຕໍ່ຮັກສາ, ພັດທະນາການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດ, ຮັບປະກັນລະບົບການຜະລິດ ແລະ ສະໜອງສິນຄ້າ. ຫວຽດນາມ ມີຄວາມປາດຖະໜາຢາກພ້ອມກັບ ຍີ່ປຸ່ນ ປະຕິບັດກົນໄກຮ່ວມມືໃນປັດຈຸບັນຢ່າງມີປະສິດທິຜົນກວ່າອີກ, ພ້ອມທັງສ້າງກົນໄກຮ່ວມມືໃໝ່ເພື່ອພ້ອມກັນເປີດໄລຍະພັດທະນາໃໝ່ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ ໃຫ້ເລິກເຊິ່ງ, ກວ້າງຂວາງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ເພື່ອດຶງດູດນັກລົງທຶນສາກົນ, ໃນນັ້ນມີນັກລົງທຶນ ຍີ່ປຸ່ນ ສືບຕໍ່ດຳເນີນທຸລະກິດ ແລະ ລົງທຶນເຂົ້າ ຫວຽດນາມ, ລັດຖະບານ ຫວຽດນາມ ຈະສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍສັງຄົມ, ຮັບປະກັນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອການຮ່ວມມື ແລະ ພັດທະນາ; ບໍລິຫານເສດຖະກິດ, ສ້າງສະພາບແວດລ້ອມມະຫາພາກ, ຢ່າງມີສະຖຽນລະພາບເພື່ອໃຫ້ນັກລົງທຶນຕ່າງປະເທດມີຄວາມອຸ່ນອ່ຽນໃຈເຂົ້າລົງທຶນຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ