ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ປາດ​ຖະ​ໜາກ​ຢາກ​ເພີ່ມ​ທະ​ວີ​ການ​ພົ​ວ​ພັນ​ຮ່ວມ​ມື​ໃນຫຼາຍ​ດ້ານ​ກັບ ຮຸງ​ກາ​ຣີ

(VOVWORLD) - ຕອນຄ່ຳວັນທີ 12 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ມີການເຈລະຈາທາງອອນລາຍກັບທ່ານປະທານສະພາແຫ່ງຊາດ ຮຸງກາຣີ László Kövér.

ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ປາດ​ຖະ​ໜາກ​ຢາກ​ເພີ່ມ​ທະ​ວີ​ການ​ພົ​ວ​ພັນ​ຮ່ວມ​ມື​ໃນຫຼາຍ​ດ້ານ​ກັບ ຮຸງ​ກາ​ຣີ - ảnh 1 ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ (ພາບ: TTXVN)

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ມີຄວາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບ ຮຸ່ງກາຣີ ຊຶ່ງແມ່ນຄູ່ຮ່ວມມືຮອບດ້ານທຳອິດຂອງ ຫວຽດນາມ ຢູ່ເອີລົບກາງ- ເອີລົບຕາເວັນອອກ. ໂດຍຕາງໜ້າລັດ ຫວຽດນາມ, ທ່ານ ເວືອງດິ່ງເຫ້ວ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ຮຸງການຮີ ທີ່ໄດ້ສະໜັບສະໜູນການລົງນາມ, ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EU) (EVFTA) ແລະ ແມ່ນປະເທດທຳອິດໃນອີຢູ ໃຫ້ສັດຕະຍາບັນອາລັກຂາການລົງທຶນ (EVIPA) ກັບ ຫວຽດນາມ. ທ່ານ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ໃຫ້ແກ່ ຮຸ່ງກາຣີ ເປີດກ້ວາງການພົວພັນຮ່ວມມືກັບບັນດາປະເທດໃນພາກພື້ນ ອາຊຽນ ແລະ ກົງກັນຂ້າມ ຫວຽດນາມ ປາດຖະໜາກວ່າ ຮຸງກາຣີ ສືບຕໍ່ໜູນຊ່ວຍ, ຍູ້ແຮງການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດໃນ EU ກໍ່ຄືບັນດາປະເທດສະມາຊິກໃນພາກພື້ນກ່ວາອີກ.

ກ່ຽວກັບການພົວພັນລະຫວ່າງສອງອົງການນິຕິບັນຍັດການນຳສອງທ່ານກໍ່ຖືວ່າ ຕ້ອງສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ ເພື່ອແນໃສ່ແບ່ງປັນຂໍ້ມູນ, ປະສົບການກ່ຽວກັບບັນດາຂົງເຂດທີ່ມີທ່າແຮງຂອງທັງສອງຝ່າຍໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ