ຫວຽດນາມ ຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານກັບ ມາລົກ

(VOVWORLD) - ໂດຍຮັບຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ຄະນະຜູ້ແທນສະພາຕ່ຳ ລາຊະອານາຈັກ ມາລົກ ໂດຍທ່ານ Habib El Malki ປະທານສະພາຕ່ຳ ນຳໜ້າ ແລະ ພັນລະຍາ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 16 – 22 ທັນວາ.
ຫວຽດນາມ ຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານກັບ ມາລົກ - ảnh 1 ທ່ານນາງຫງວຽນທິກິມເງິນ ແລະ ທ່ານ Habib El Malki

ຕອນເຊົ້າວັນທີ 18 ທັນວາ ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະເຈລະຈາກັບທ່ານປະທານສະພາຕ່ຳ ມາລົກ Habib El Malki

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ: ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານກັບບັນດາປະເທດ ອາຟຣິກກາ, ໃນນັ້ນ ມາລົກ ແມ່ນຄູ່ຮ່ວມມືບຸລິມະສິດ. ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ໃນການພົວພັນລະຫວ່າງ ມາລົກ ກັບບັນດາປະເທດ ອາຊຽນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ 2 ຝ່າຍ ຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການລົງທຶນ, ເພີ່ມທະວີບັນດາຄະນະວິສາຫະກິດໄດ້ພົບປະ, ເຂົ້າຮ່ວມບັນດາກອງປະຊຸມສຳມະນາ, ເວທີປາໄສ, ງານຕະຫລາດນັດສາກົນຢູ່ແຕ່ລະປະເທດ.

        ກ່ຽວກັບສະພາບການທະເລຕາເວັນອອກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນອີກຄັ້ງໜຶ່ງວ່າ: ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນມາດຕະການການແກ້ໄຂບັນດາການຂັດແຍ້ງອະທິປະໄຕກໍ່ຄືຜືນແຜ່ນດິນ ດ້ວຍມາດຕະການສັນຕິພາບ, ບົນພື້ນຖານເຄົາລົບກົດໝາຍສາກົນ, ກົດບັດສະຫະປະຊາຊາດ. ສະແດງທັດສະນະເຫັນດີເຫັນພ້ອມ, ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ກ່ຽວກັບບັນຫານີ້ ທ່ານປະທານສະພາຕ່ຳ ມາລົກ Habib El Malki ຖືວ່າ: ພາຍໃຕ້ການນຳພາຂອງ ລາຊະອານາຈັກ, ມາລົກ ໄດ້ ແລະ ພວມເດີນຕາມນະໂຍບາຍສະໜັບສະໜູນສັນຕິພາບ, ຫວຽດນາມ ກໍ່ມີຍຸດທະສາດຄ້າຍຄືກັນ ເພື່ອປົກປັກຮັກສາສັນຕິພາບ ແລະ ພັດທະນາ.

ຫວຽດນາມ ຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານກັບ ມາລົກ - ảnh 2ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະເຈລະຈາກັບທ່ານປະທານສະພາຕ່ຳ ມາລົກ Habib El Malki 

         ພາຍຫລັງການພົບປະເຈລະຈາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານປະທານສະພາຕ່ຳ ມາລົກ Habib El Malki ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຕ່ຳ ມາລົກ. ເມື່ອຕອບຄຳຖາມຂອງນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ກ່ຽວກັບໝາກຜົນແຫ່ງການເຈລະຈາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ:

        “ທ່ານປະທານສະພາຕ່ຳ ມາລົກ ມີປະໂຫຍກຄຳເວົ້າມ່ວນທີ່ສຸດ ນັ້ນແມ່ນ ລະຫວ່າງ 2 ຊາດ ມາລົກ ແລະ ຫວຽດນາມ ມີປະຫວັດສາດສ່ວນໜຶ່ງທີ່ຄ້າຍຄືກັນ ແລະ ຄວາມຊົງຈຳຮ່ວມກັນ. ສະນັ້ນ ລຸ້ນໃນປັດຈຸບັນ ຈະເຮັດໃຫ້ບັນດາຈຸດທີ່ຄ້າຍຄືກັນ, ການສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງ 2 ປະເທດ ສືບຕໍ່ພັດທະນາ ເພື່ອປະຫວັດສາດ ແລະ ຄວາມຊົງຈຳອັນດີງາມ ລວມກັນນັ້ນ.

        ສວ່ນທ່ານ Habib El Malki ປະທານສະພາຕ່ຳ ມາລົກ ເນັ້ນໜັກວ່າ: 2 ສະພາແຫ່ງຊາດໄດ້ລົງນາມໃນຂໍ້ຕົກລົງຮ່ວມມື 2 ຝ່າຍ, ເປີດໄລຍະໃໝ່ໃນການພົວພັນຮ່ວມມືລະຫວ່າງລັດຖະສະພາ 2 ປະເທດ ແລະ 2 ປະເທດ. ນີ້ແມ່ນຄັ້ງທຳອິດ ທີ່ສະພາແຫ່ງຊາດ ຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກັບລັດຖະສະພາປະເທດ ອາຟຣິກກາ. ຂໍ້ຕົກລົງຮ່ວມມືນີ້ ປະກອບສ່ວນນຳການພົວພັນ 2 ປະເທດ ໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນໃນຫລາຍຂົງເຂດ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ