ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບ ບຣຸໄນ

(VOVWORLD) - ໃນປີ 2024 ນີ້, ການຮ່ວມມືລະຫວ່າງ 2 ປະເທດມີການພັດທະນາຕັ້ງໜ້າຫຼາຍຢ່າງໃນຫຼາຍດ້ານ.
ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບ ບຣຸໄນ - ảnh 1ການຮ່ວມມືລະຫວ່າງ 2 ປະເທດມີການພັດທະນາຕັ້ງໜ້າຫຼາຍຢ່າງໃນຫຼາຍດ້ານ
(ພາບ: TTXVN)

ຕອນຄ່ຳວັນທີ 10 ສິງຫາ, ຢູ່ນະຄອນຫຼວງ Bandar Seri Begawan, ສະຖານທູດ ຫວຽດນາມ ປະຈຳ ບຣຸໄນ ໄດ້ຈັດງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ຫວຽດນາມ ທີ 2 ກັນຍາ (02 ກັນຍາ 1945 – 02 ກັນຍາ 2024). ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ໄດ້ເຂົ້າຮ່ວມເຫດການ.

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ເຈິ່ນແອັງຫວູ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນນ້ຳໃຈມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດ ອາຊຽນ, ໃນນັ້ນ ມີການພົວພັນຄູ່ຮ່ວມມືຮອບດ້ານກັບ ບຣຸໄນ. ໃນປີ 2024 ນີ້, ການຮ່ວມມືລະຫວ່າງ 2 ປະເທດມີການພັດທະນາຕັ້ງໜ້າຫຼາຍຢ່າງໃນຫຼາຍດ້ານ. ພິເສດ, ການຢ້ຽມຢາມ ບຣຸໄນ ຢ່າງເປັນທາງການຂອງທ່ານຮອງປະທານສະພາຫ່ງຊາດ ຫງວຽນຄັກດິ້ງ ໃນຄັ້ງນີ້ ສະແດງໃຫ້ເຫັນຄວາມມານະພະຍາຍາມເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດຂອງ 2 ປະເທດ ແລະ ກະສັດ ບຣຸໄນ ປາດຖະໜາຈະມາຢ້ຽມຢາມ ຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ