ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືດ້ານປ້ອງກັນຊາດກັບ ມຽນມາ

(VOVWORLD) - ຫວຽດນາມ ຖືການພົວພັນຮ່ວມມືດ້ານປ້ອງກັນຊາດກັບ ມຽນມາ ເປັນສຳຄັນ. ທ່ານພົນໂທ ຫງວຽນຈີ໋ວິ້ງ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງພັນເອກ Aung Kyaw Oo...
ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືດ້ານປ້ອງກັນຊາດກັບ ມຽນມາ - ảnh 1ພັນເອກ Aung Kyaw Oo ແລະ ພົນໂທ ຫງວຽນຈີ໋ວິ້ງ

ຕອນບ່າຍວັນທີ 7 ພຶດສະພາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານ ພົນໂທ ຫງວຽນຈີ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບພັນເອກ Aung Kyaw Oo, ທູດທະຫານ - ທະຫານເຮືອ - ທະຫານອາກາດ ມຽນມາ, ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານ ແລະ  ນາຍພົນ Aung Zeya ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດມາຮັບໜ້າທີ່ເປັນທູດທະຫານ - ທະຫານເຮືອ - ທະຫານອາກາດ ມຽນມາ ຢູ່ ຫວຽດນາມ. ແລະ ເນັ້ນໜັກເຖິງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະ ທັງ ຂອງ 2 ປະເທດກໍ່ແມ່ນສະມາຊິກ ອາຊຽນ, ທ່ານພົນໂທ ຫງວຽນຈີ໋ວິ້ງ ຢັ້ງຢືນວ່າ:  ຫວຽດນາມ ຖືການພົວພັນຮ່ວມມືດ້ານປ້ອງກັນຊາດກັບ ມຽນມາ ເປັນສຳຄັນ. ທ່ານພົນໂທ ຫງວຽນຈີ໋ວິ້ງ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງພັນເອກ Aung Kyaw Oo ໃນອາຍຸການປະຕິບັດງານຂອງຕົນ ໄດ້ປະກອບສ່ວນຊຸກຍູ້ການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ມຽນມາ. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກໍ່ຢັ້ງຢືນວ່າ, ກະຊວງປ້ອງກັນປະເທດ ຫວຽດນາມ ຍາມໃດກໍ່ຈະສ້າງເງື່ອນໄຂເພື່ອໃຫ້ນາຍພົນ Aung Zeya ປະຕິບັດໜ້າທີ່ວຽກງານຂອງຕົນເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ