ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື​ກັບ​ກ​ຳ​ປູ​ເຈຍ​ໃນ​ທຸກ​ຂົງ​ເຂດ

(VOVWORLD) -ຕອນບ່າຍວັນທີ 26 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Chay Na-vut ເອກອັກຄະລັດຖະທູດ ແຫ່ງລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດທ່ານມາຮັບໜ້າທີ່ທາງການທູດອາຍຸການໃໝ່ຢູ່ຫວຽດນາມ.
ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື​ກັບ​ກ​ຳ​ປູ​ເຈຍ​ໃນ​ທຸກ​ຂົງ​ເຂດ - ảnh 1ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ການຕ້ອນຮັບທ່ານ Chay Na-vut ເອກອັກຄະລັດຖະທູດ ແຫ່ງລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ(ພາບ: VGP)

ທ່ານຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້້ເນັ້ນໜັກວ່າ ບົນພື້ນຖານການພົວພັນຮ່ວມມືມິດຕະພາບມີມູນເຊື້ອມາແຕ່ດົນນານລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ, ຫວຽດນາມໄດ້ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດ ເພີ່ມທະວີການຮ່ວມມືກັບກຳປູເຈຍໃນທຸກໆຂົງເຂດ. ທ່ານຟ້າມບິ່ງມິງ ສະເໜີໃຫ້ອົງການມີໜ້າທີ່ຮັບຜິດຊອບ ສອງປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຮັບປະກັນການໄປມາຄ້າຂາຍສິນຄ້າ ຢູ່ເຂດຊາຍແດນລະຫວ່າງສອງປະເທດ, ກ່ອນອື່ນໝົດແມ່ນຕ້ອງ ສ້າງເງື່ອນໄຂສະດວກເພື່ອໃຫ້ນັກຮຽນ, ນັກສຶກສາ ກຳປູເຈຍ ໄດ້ກັບຄືນມາຮຽນຢູ່ຫວຽດນາມ ໂດຍໄວ ຊຶ່ງເໝາະສົມກັບບັນດາຂໍ້ກຳນົດໃນການປ້ອງກັນ, ສະກັດກັ້ນໂລກລະບາດຂອງສອງປະເທດ.

        ສ່ວນທ່ານ Chay Na-vut ກໍ່ໄດ້ສະແດງຄວາມປະທັບໃຈຕໍ່ການພັດທະນາຢ່າງແຮງຂອງຫວຽດນາມ ກໍ່ຄືບົດບາດ ແລະ ທີ່ຕັ້ງໃນສາກົນຂອງ ຫວຽດນາມ ຊຶ່ງນັບມື້ນັບເພີ່ມຂຶ້ນສູງຢູ່ພາກພື້ນ ແລະ ໃນໂລກ, ສະແດງຄວາມຊົມເຊີຍຕໍ່ໝາກຜົນທີ່ບັນລຸໄດ້ຢ່າງຕັ້ງໜ້າຈາກການຮ່ວມມືຢ່າງຮອບດ້ານ. ທ່ານ Chay Na-vut ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອນຳການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບມີຄວາມສະໜິດຕິດພັນ ແລະ ມີປະສິດທິຜົນ ຖືກຕ້ອງຕາມທິດນຳ ທີ່ວ່າ “ບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງ ແລະ ຍາວນານ”.

ຕອບກັບ

ຂ່າວ/ບົດ​ອື່ນ