ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ເພີ່ມ​ທະ​ວີ​ຮ່ວມ​ມື​ຮອ​ບ​ດ້ານ​ກັບ ກຳ​ປູ​ເຈຍ

(VOVWORLD) -ວັນທີ 23 ມິຖຸນາ, ຢູ່ສຳນັກງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາສູນການພັກໄດ້ໃຫ້ການຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ກຳປູເຈຍ ປະຈຳ ຫວຽດນາມ Chay Navuth.
ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ເພີ່ມ​ທະ​ວີ​ຮ່ວມ​ມື​ຮອ​ບ​ດ້ານ​ກັບ ກຳ​ປູ​ເຈຍ - ảnh 1ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາສູນການພັກ ໃຫ້ການຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ກຳປູເຈຍ ປະຈຳ ຫວຽດນາມ Chay Navuth (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ຫວໍວັນເຖືອງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ ການພົວພັນລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ທີ່ນັບມື້ນັບມີການພັດທະນາ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ, ທ່ານກໍ່ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດຢ່າງສູງ ໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ຄວາມມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງ ແລະ ຍາວນານ ກັບ ກຳປູເຈຍ.

ທ່ານ ຫວໍວັນເຖືອງ ໄດ້ຕີລາຄາສູງບັນດາມາດຕະການທີ່ ກຳປູເຈຍ ພວມນຳໃຊ້ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ສະແດງຄວາມເຊື່ອໝັ້ນວ່າ ກຳປູເຈຍ ຈະສະກັດກັ້ນ ແລະ ຄວບຄຸມ ໂລກລະບາດໂຄວິດ - 19ໄດ້, ໂດຍໄດ້ຮັບປະກັນການປະຕິບັດເປົ້າໝາຍພັດທະນາເສດຖະກິດ ສັງຄົມໃນໄລຍະໄວທີ່ສຸດ, ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນ ແລະ ໜູນຊ່ວຍໃນເງື່ອນໄຂ ແລະ ຄວາມສາມາດຂອງຕົນ ເພື່ອປະກອບສ່ວນຊ່ວຍໃຫ້ ກຳປູເຈຍ ແກ້ໄຂຄວາມຫຍຸ້ງຍາກໃນວິວັດການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ທ່ານ ຫວໍວັນເຖືອງ ມີຄວາມປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ເປັນຂົວເຊື່ອມຕໍ່ເພື່ອ ໃຫ້ບັນດາກະຊວງ, ຂະແໜງການສອງຝ່າຍ ເພີ່ມທະວີການຮ່ວມມືໃຫ້ນັບມື້ນັບມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ