ຫວຽດ​ນາມ ຖື​ເປັນ​ສຳ​ຄັນການ​ໄກ່ເ​ກ່ຍ​ເພື່ອຢຸດ​ຕິ​ການ​ນຳ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ກົງ​ໂກ

(VOVWORLD) - ວັນທີ 7 ກໍລະກົດ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມກ່ຽວກັບສະພາບການຢູ່ ກົງໂກ ແລະ ການເຄື່ອນໄຫວຂອງ ຄະນະປະຕິບັດງານ ສປຊ ຢູ່ປະເທດນີ້ (MONUSCO).

ຫວຽດ​ນາມ ຖື​ເປັນ​ສຳ​ຄັນການ​ໄກ່ເ​ກ່ຍ​ເພື່ອຢຸດ​ຕິ​ການ​ນຳ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ກົງ​ໂກ - ảnh 1ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ

ໂດຍແບ່ງປັນບັນດາການຕີລາຄາກ່ຽວກັບສະພາບການຢູ່ ກົງໂກ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ໄດ້ຖືເປັນສຳຄັນການຕ້ອງຊຸກຍູ້ການໄກ່ເກ່ຍ ແນໃສ່ຢຸດຕິການໃຊ້ຄວາມຮຸນແຮງ ລະຫວ່າງບັນດາປະຊາຄົມ ເພື່ອແກ້ໄຂສິ່ງທ້າທາຍຄວາມໝັ້ນຄົງຢູ່ປະເທດນີ້. ທ່ານເອກອັກຄະລັດຖະທູດ ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີບັນດາຄວາມມານະພະຍາຍາມແນໃສ່ແກ້ໄຂບັນດາສາຍເຫດກົກຮາກ ຂອງຄວາມບໍ່ລົງລອຍກັນຢູ່ພາກຕາເວັນອອກ ກົງໂກ, ໃນນັ້ນມີການຕ້ານບັນດາການເຄື່ອນໄຫວຜິດກົດໝາຍທີ່ກ່ຽວຂ້ອງເຖິງຊັບພະຍາກອນທຳມະຊາດ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ. ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອງ ກໍ່ຍົກສູງບົດບາດທີ່ບໍ່ສາມາດຂາດໄດ້ຂອງ ການຮ່ວມມືໃນພາກພື້ນ ແລະ ການໜູນຊ່ວຍຂອງປະຊາຄົມສາກົນ ເພື່ອແນໃສ່ຊ່ວຍເຫຼືອອຳນາດການປົກຄອງ ແລະ ປະຊາຊົນ ກົງໂກ ຜ່ານຜ່າບັນດາຄວາມຫຍຸ້ງຍາກໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ