ຫວຽດນາມ ຖືເປັນສຳຄັນບັນຫາໂພສະນາການ, ຂະຫຍາຍຮ່າງກາຍ, ກຳລັງກາຍ ແລະ ພູມປັນຍາໃຫ້ປະຊາຊົນ

(VOVWORLD) - ຫວຽດນາມ ຍາມໃດກໍ່ຮ່ວມມືຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງຂອງສະຫະປະຊາຊາດໃນບັນຫາໂພສະນາການ
ຫວຽດນາມ ຖືເປັນສຳຄັນບັນຫາໂພສະນາການ, ຂະຫຍາຍຮ່າງກາຍ, ກຳລັງກາຍ ແລະ ພູມປັນຍາໃຫ້ປະຊາຊົນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ການຕ້ອນຮັບທ່ານນາງ Gerda Verburg 

 “ຫວຽດນາມ ຖືເປັນສຳຄັນບັນຫາໂພສະນາການ, ຂະຫຍາຍຮ່າງກາຍ, ກຳລັງກາຍ ແລະ ພູມປັນຍາໃຫ້ປະຊາຊົນ” ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນຄືດັ່ງກ່າວ ທີ່ການຕ້ອນຮັບທ່ານນາງ Gerda Verburg ຜູ້ຊ່ວຍວຽກເລຂາທິການໃຫຍ່ສະຫະປະຊາຊາດ, ຜູ້ປະສານງານກ່ຽວກັບຂະບວນການເປີດກ້ວາງຂອບຂະໜາດໂພສະນາການ ໃນວັນທີ 31 ມັງກອນ ຢູ່ ຮ່າໂນ້ຍ.

        ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ຮ່ວມມືຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງຂອງສະຫະປະຊາຊາດໃນບັນຫາໂພສະນາການ; ພ້ອມກັນນັ້ນ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ກໍ່ໄດ້ມີມະຕິກ່ຽວກັບບັນຫາໂພສະນາການ ແລະ ທ່ານນາຍົກລັດຖະມົນຕີກໍ່ມີຄຳສັ່ງກ່ຽວກັບບັນຫານີ້. ທີ່ ຫວຽດນາມ, ວຽກງານໂພສະນາການໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ ແລະ ເຂັ້ມງວດ. ທ່ານນາຍົກລັດຖະມົນຕີຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮັບຟັງທຸກຄຳຄິດເຫັນປະກອບຂອງສະຫະປະຊາຊາດ.

        ສ່ວນທ່ານນາງ Gerda Verburg ຕີລາຄາສູງ ແລະ ສະແດງຄວາມປະທັບໃຈຕໍ່ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການເພີ່ມທະວີວຽກງານໂພສະນາການ; ພ້ອມທັງ ສະເໜີຕໍ່ລັດຖະບານ ຄວນຖືໂພສະນາການ ແມ່ນບັນຫາຕ້ອງປະຕິບັດຕະຫລອດ ດ້ວຍຄຳໝັ້ນສັນຍາຂອງບັນດາກະຊວງ.

ຕອບກັບ

ຂ່າວ/ບົດ​ອື່ນ