ຫວຽດ​ນາມ - ນິວ​ຊີ​ແລນ ເພີ່ມ​ທະ​ວີ​ການ​ພົວ​ພັນ​ລັດ​ຖະ​ສະ​ພາ, ຊຸກ​ຍູ້​ເສດ​ຖະ​ກິດ​, ການ​ຄ້າ, ການ​ລົງ​ທຶນ ແລະ ການ​ສຶກ​ສາ​ຢ່າງ​ຮອບ​ດ້ານ

(VOVWORLD) -    ສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາ ສ້າງທຸກເງື່ອນໄຂຄວາມສະດວກຊຸກຍູ້ບັນດານັກລົງທຶນ ຫວຽດນາມ ແລະ ນິວຊີແລນ ຊອກຮູ້, ແຊກຊຶມເຂົ້າຕະຫຼາດຂອງກັນ.

 ນີ້ແມ່ນການຢືນຢັນຂອງ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ້ງເຫວະ ໃນຕອນບ່າຍວັນທີ 14 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ໃນການພົບປະແລກປ່ຽນຄຳຄິດຄຳເຫັນກັບ ທ່ານນາຍົກລັດຖະມົນຕີ ນິວຊີແລນ Jacinda Arden, ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ.

ຫວຽດ​ນາມ - ນິວ​ຊີ​ແລນ ເພີ່ມ​ທະ​ວີ​ການ​ພົວ​ພັນ​ລັດ​ຖະ​ສະ​ພາ, ຊຸກ​ຍູ້​ເສດ​ຖະ​ກິດ​, ການ​ຄ້າ, ການ​ລົງ​ທຶນ ແລະ ການ​ສຶກ​ສາ​ຢ່າງ​ຮອບ​ດ້ານ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ້ງເຫວະ ຕ້ອນຮັບທ່ານນາຍົກລັດຖະມົນຕີ ນິວຊີແລນ Jacinda Arden (ພາບ:VOV)

ທ່ານປະທານສະພາແຫ່ງຊາດ ເວືອງດິ້ງເຫວະ ຫວັງວ່າ ລັດຖະບານ ນິວຊີແລນ ຈະໃຫ້ຄວາມສຳຄັນເພີ່ມທະວີການພົວພັນລະຫວ່າງສອງອົງການນິຕິບັນຍັດ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນບັນດາຂັ້ນ ແລະ ບັນດາຊຶອງທາງ, ໃນນັ້ນມີຊ່ອງທາງສະພາແຫ່ງຊາດ; ເສີມຂະຫຍາຍບົດບາດຂົວເຊື່ອມຕໍ່ ຂອງບັນດາສະມາຄົມມິດຕະພາບ ແລະ ບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບ ລະຫວ່າງສອງປະເທດຂຶ້ນກວ່າເກົ່າ… ຍູ້ແຮງການຜັນຂະຫຍາຍບັນດາເອກະສານທີ່ໄດ້ລົງນາມ, ໃນນັ້ນມີ ໂຄງການປະຕິບັດຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ນິວຊີແລນ ໄລຍະ 2021-2024.

        ທ່ານນາຍົກລັດຖະມົນຕີ ນິວຊີແລນ Jacinda Arden ຢືນຢັນວ່າ: ສຳລັບຄວາມເຄັ່ງຕຶງດ້ານຍຸດທະສາດໃນພາກພື້ນ, ການເຄົາລົບກົດໝາຍສາກົນກໍ່ຄືບັນດາກົດບັນຍັດສາກົນ ແມ່ນໜຶ່ງໃນບັນດາບັນຫາສຳຄັນ ແລະ ຈຳເປັນຕ້ອງສືບຕໍ່ເຈລະຈາ, ໂອ້ລົມສົນທະນານຳກັນເພື່ອແກ້ໄຂ ຢ່າງສັນຕິວິທີ.

ຕອບກັບ

ຂ່າວ/ບົດ​ອື່ນ