ຫວຽດ​ນາມ - ນິວ​ຊີ​ແລນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ສຶກ​ສາ - ບຳ​ລຸງ​ສ້າງ ແລະ ກະ​ສິ​ກຳ

(VOVWORLD) -ແຜນການຮ່ວມມືຍຸດທະສາດ ກ່ຽວກັບການສຶກສາໄລຍະ 2020 – 2023 ໂດຍກະຊວງສຶກສາທິການ ແລະ ບຳລຸງສ້າງ ຫວຽດນາມ ພ້ອມກັບອົງການສຶກສາ ນິວຊີແລນ ດຳເນີນການລົງນາມຄືນໃໝ່ ໃນຕອນບ່າຍວັນທີ 21 ກໍລະກົດ ຢູ່ຮ່າໂນ້ຍ. 
ຫວຽດ​ນາມ - ນິວ​ຊີ​ແລນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ສຶກ​ສາ - ບຳ​ລຸງ​ສ້າງ ແລະ ກະ​ສິ​ກຳ - ảnh 1ທ່ານ ຫງວຽນວັນຟຸກ ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະ ບຳລຸງສ້າງຫວຽດນາມ ແລະ ທ່ານWendy Matthenews ນາງ ເອກອັກຄະລັດຖະທູດ ນິວຊີແລນປະຈຳຫວຽດນາມ ລົງນາມໃນຂໍ້ຕົກລົງ (ພາບ: TTXVN) 

 ແຜນການແມ່ນເພື່ອແນໃສ່ຜັນຂະຫຍາຍບັນດາຂໍ້ລິເລີ່ມຢູ່ຫຼາຍຂົງເຂດການສຶກສາ ລະຫວ່າງ ນິວຊີແລນ ແລະ ຫວຽດນາມ. ຕາມແຜນການແລ້ວ, ນິວຊີແລນ ຈະສືບຕໍ່ໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມ ບັນລຸໄດ້ບັນດາເປົ້າໝາຍການສຶກສາຂອງສະຕະວັດ 21, ມຸ່ງໄປສູ່ການບຳລຸງສ້າງນັກສຶກສາທີ່ີຮຽນຈົບມີລະດັບຄວາມຮູ້ເປັນຢ່າງດີ, ບູລະນະບັນດາທັກສະທີ່ຈຳເປັນເພື່ອກຽມພ້ອມຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່ຂອງຕະຫຼາດທົ່ວໂລກທີ່ພວມມີການປ່ຽນແປງຢ່າງວ່ອງໄວ.

        ແລະ ກໍ່ໃນວັນດຽວກັນ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີລົງນາມຂໍ້ຕົກລົງກ່ຽວກັບການສ້າງເງື່ອນໄຂສະດວກໃຫ້ແກ່ການ ຜ່ານແດນສຳລັບຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ໂດຍຜ່ານການນຳໃຊ້ ລະບົບການຮັບຮອງທາງເອເລັກໂຕນິກ ລະຫວ່າງ ທ່ານ ເລກ໊ວກແຢວງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລະ ທ່ານນາງ ຫວູທິມາຍ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ແລະ ທ່ານນາງ Wendy Matthenews ເອກອັກຄະລັດຖະທູດ ນິວຊີແລນ ປະຈຳຫວຽດນາມ. ກ່າວຄຳເຫັນທີ່ພິທີລົງນາມ, ທ່ານ ຮອງລັດຖະມົນຕີ ເລກ໊ວກແຢວງ ເນັ້ນໜັກວ່າ:

        ເລື່ອງຂໍ້ຕົກລົງໄດ້ຮັບການລົງນາມມີຄວາມໝາຍສຳຄັນ, ຊ່ວຍໃຫ້ຫວຽດນາມເຊື່ອມໂຍງເຂົ້າກັບລະບົບການຄ້າທົ່ວໂລກຢ່າງເລິກໄດ້ເຊິ່ງກ່ວາ, ພ້ອມທັງເປີດຫຼາຍໂອກາດສຳຜັດກັບບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຕໍ່ຜະລິດຕະພັນກະເສດຂອງຫວຽດນາມ. ຂ້າພະເຈົ້າເຊື່ອມໝັ້ນວ່າດ້ວຍຄວາມມານະພະຍາຍາມຂອງບັນດາຝ່າຍທີ່ກ່ຽວຂ້ອງ, ພວກເຮົາຈະຜັນຂະຫຍາຍບັນດາລະບຽບການສ້າງເງື່ອນໄຂສະດວກທີ່ສຸດໂດຍໄວເພື່ອໃຫ້ຜະລິດຕະພັນສະເສດລະຫວ່າງສອງຝ່າຍໄດ້ຜ່ານແດນ.

ຕອບກັບ

ຂ່າວ/ບົດ​ອື່ນ