ຫວຽດ​ນາມ ​ນອນຢູ່​ໃນ​ກຸ​່ມ​ປະ​ເທດມ​ີດັດ​ຊ​ະ​ນີ​ເຊື່ອມ​ຕໍ່​ດ້ານ​ການ​ຄ້າທີ່ປ​ະ​ທັບ​ໃຈ

(VOVWORLD) -ບົດລາຍງານກໍຊີ້ອອກ 5 ຂົງເຂດຕົ້ນຕໍ່ທີ່ຊ່ວຍປັບປຸງດັດຊະນີການເຊື່ອມຕໍ່ແຫ່ງຊາດລວມມີ: ສັນຕິພາບ ແລະ ຄວາມໝັ້ນຄົງ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ດູດດື່ມຢູ່ພາຍໃນປະເທດ, ການເປີດປະຕູໃຫ້ກະແສລົງທຶນສາກົນ, ເຊື່ອມໂຍງໃນພາກພື້ນ ແລະ ໜູນຊ່ວຍສັງຄົມ.
ຫວຽດ​ນາມ ​ນອນຢູ່​ໃນ​ກຸ​່ມ​ປະ​ເທດມ​ີດັດ​ຊ​ະ​ນີ​ເຊື່ອມ​ຕໍ່​ດ້ານ​ການ​ຄ້າທີ່ປ​ະ​ທັບ​ໃຈ - ảnh 1ພາບປະກອບ:  TTXVN

ບົດລາຍງານດັດຊະນີການເຊື່ອມຕໍ່ທົວໂລກປີ 2021 ໂດຍ DHL ແລະ ໂຮງຮຽນທຸລະກິດ ສະເຕີນ ທີ່ຂື້ນກັບ ມະຫາວິທະຍາໄລ ນິວຢອກ ປະກາດໄດ້ໃຫ້ເຫັນວ່າ ຫວຽດນາມ ນອນຢູ່ໃນກຸ່ມ 5 ປະເທດມີຜົນງານປະທັບໃຈກ່ຽວກັບຄວາມສາມາດປັບປຸງ ແລະ ເຊື່ອມຕໍ່ຢ່າງເຂັ້ມແຂງໃນ 2 ທົດສະວັດທີ່ຜ່ານມາ. 4 ປະເທດທີ່ຍັງເຫຼືອແມ່ນ ເມັກຊີໂກ, ໂຮນລັງ , ສະທາລະນະລັດ ເຊຍຣາເລອອນ, ສະຫະລັດ ອາຣັບ ເອມີເລດ.

ຕາມບົດລາຍງານ, ເຖິງວ່າໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍ່ຕາມ, ແຕ່ຫວຽດນາມ ກຳລັງມີສັນຍານຟື້ນຟູທ່າເຕີບໂຕເສດຖະກິດ ແລະ ການຜະລິດ. ເສດຖະກິດ ຫວຽດນາມ ໄດ້ເຕີບໂຕ 2,91 % ໃນ 2020 ແລະ ມູນຄ່າສົ່ງອອກເພີ່ມຂື້ນ 28,4 % ໃນໄລຍະ 6 ເດື່ອນຕົ້ນປິ 2021 ເມື່ອທຽບກັບປີ 2020.

ບົດລາຍງານກໍຊີ້ອອກ 5 ຂົງເຂດຕົ້ນຕໍ່ທີ່ຊ່ວຍປັບປຸງດັດຊະນີການເຊື່ອມຕໍ່ແຫ່ງຊາດລວມມີ: ສັນຕິພາບ ແລະ ຄວາມໝັ້ນຄົງ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ດູດດື່ມຢູ່ພາຍໃນປະເທດ, ການເປີດປະຕູໃຫ້ກະແສລົງທຶນສາກົນ, ເຊື່ອມໂຍງໃນພາກພື້ນ ແລະ ໜູນຊ່ວຍສັງຄົມ. ສິ່ງທີ່ເປັນໜ້າສົນໃຈແມ່ນສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ທີ່ດູດດື່ມຢູ່ພາຍໃນປະເທດ ມີຄວາມສາມາດຊຸກຍູ້ດັດຊະນີເຊື່ອມຕໍ່ທົວໂລກໄດ້ດີກວ່ານັບທັງບັນດານະໂຍບາຍສະໜັບສະໜູນການຫັນເປັນໂລກາພິວັດທີ່ມາແຕ່ດົນນານ.

ຕອບກັບ

ຂ່າວ/ບົດ​ອື່ນ