ຫວຽດ​ນາມ ນອນ​ໃນ Top 20 ພື້​ນ​ຖານ​ເສດ​ຖະ​ກິດ​ດີ​ທີ່​ສຸດ​​ເພື່ອ​ລົງ​ທຶນ

(VOVWORLD) -   U.S.News & Wolrd Report  (ບໍລິສັດສື່ມວນຊົນຂອງ ອາເມລິກາ ພິມຈຳໜ່າຍຂ່າວ, ຄຳເຫັນ, ປຶກສາດ້ານບໍລິໂພກ, ຕາຕະລາງຈັດອັນດັບ ແລະ ໄຈ້ແຍກ) ຫາກໍ່ປະກາດຈັດອັນດັບບັນດາພື້ນຖານເສດຖະກິດດີທີ່ສຸດໃນການລົງທຶນ ປີ 2019.
ຫວຽດ​ນາມ ນອນ​ໃນ Top 20 ພື້​ນ​ຖານ​ເສດ​ຖະ​ກິດ​ດີ​ທີ່​ສຸດ​​ເພື່ອ​ລົງ​ທຶນ - ảnh 1ພາບປະກອບ: tapchitaichinh.vn 

ໃນນັ້ນ, ຫວຽດນາມ ໄດ້ ລື່ນກາຍບັນດາປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້ລວມມີ: ມາເລເຊຍ, ອີນໂດເນເຊຍ ແລະ ສິງກະໂປ, ຢືນຢູ່ອັນດັບທີ 8, ຈາກອັນດັບທີ 23 ໃນປີ 2018. ຕາຕະລາງຈັດອັນດັບໄດ້ອີງຕາມ 8 ມາດຖານລວມມີ: ຈິດໃຈເລີ່ມຕົ້ນທຸລະກິດ, ສະຖຽນລະພາບດ້ານເສດຖະກິດ, ນະໂຍບາຍພາສີທີ່ມີຄວາມສະດວກ, ຫົວຄິດປະດິດສ້າງ, ແຮງງານທີ່ມີສີມື, ວິຊາສະເພາະດ້ານເຕັກໂນໂລຢີ, ຄວາມຂະຫຍັນຂັນເຄື່ອນ ແລະ ໄພສໍ້ລາດບັງຫຼວງ.

        U.S.News & Wolrd Report  ໄດ້ຕີລາຄາວ່າ ບັນດາການປະຕິຮູບນະໂຍບາຍເສດຖະກິດໄດ້ຊ່ວຍໃຫ້ ຫວຽດນາມ ກາຍເປັນປະເທດທີ່ມີຄວາມແກ່ງແຍ້ງ ແລະ ທັນສະໄໝກ່ວາ. ຫວຽດນາມພວມນັບມື້ນັບເຊື່ອມໂຍງເລິກກ່ວາອີກເມື່ອກາຍເປັນສະມາຊິກຂອງອົງການການຄ້າໂລກ (WTO), ສປຊ, ກໍ່ຄືການເຂົ້າຮ່ວມ ອາຊຽນ, ເວທີປາໄສຮ່ວມມືເສດຖະກິດ ອາຊີ -ປາຊີຟິກພ້ອມກັບບັນດາສັນຍາການຄ້າໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ