ຫວຽດ​ນາມ ນອນ​ໃນ​ກຸ່ມ​​ປະ​ເທດ​ແຖວ​ໜ້າ​ຂອງ ອາ​ຊີ ກ່ຽ​ວກັບ​ການ​ຮັ​ບ​ປະ​ກັນ​ສິ​ດ​ທິ​ເດັກ​ຍິງ

(VOVWORLD) -ໃນຈຳນວນ 19 ປະເທດໃນພາກພື້ນ ອາຊີ, ຫວຽດນາມ ຢືນອັນດັບທີ 4. ໃນນັ້ນ, ຫວຽດນາມ ນຳໜ້າພາກພື້ນໃນຂົງເຂດກົດໝາຍ ແລະ ນະໂຍບາຍ ພ້ອມກັບ ຟີລິບປິນ ແລະ ໄທ; ຢືນອັນດັບທີ 2 ໃນຂົງເຂດຄວາມສາມາດເປັນຜູ້ຕ່າງໜ້າ ແລະ ບົດບາດທາງດ້ານການເມືອງ ເຊິ່ງຖັດມາຈາກ ສິງກະໂປ.
ຫວຽດ​ນາມ ນອນ​ໃນ​ກຸ່ມ​​ປະ​ເທດ​ແຖວ​ໜ້າ​ຂອງ ອາ​ຊີ ກ່ຽ​ວກັບ​ການ​ຮັ​ບ​ປະ​ກັນ​ສິ​ດ​ທິ​ເດັກ​ຍິງ - ảnh 1(ພາບປະກອບ: TTXVN)

ຕາມບົດລາຍງານ “ເດັກຍິງ ພາກພື້ນ ອາຊີ - ປາຊີຟິກ 2021: ສຽງເວົ້າ, ການຄັດເລືອກ ແລະ ກຳລັງແຮງ” ໂດຍອົງການ Plan International, ປະກາດໃນວັນທີ 5 ພະຈິກ ໃຫ້ຮູ້ວ່າ ຫວຽດນາມ ນອນໃນກຸ່ມປະເທດແຖວໜ້າຂອງ ອາຊີ ກ່ຽວກັບການຮັບປະກັນການເຂົ້າຮ່ວມຂອງເດັກຍິງໃນຊີວິດການເມືອງ ແລະ ນະໂຍບາຍ. ບົດລາຍງານການຄົ້ນຄວ້າກາລະໂອກາດຂອງເດັກຍິງ ແລະ ແມ່ຍິງຢູ່ 19 ປະເທດ ອາຊີ ແລະ 14 ປະເທດ ປາຊີຟິກ. ດັດຊະນີເດັກຍິງເປັນຜູ້ນຳໃນ ອາຊີ ຖືກກຳນົດໂດຍອີງໃສ່ 6 ຂົງເຂດດັ່ງນີ້: ການສຶກສາ; ສຸຂະພາບ; ໂອກາດເສດຖະກິດ; ການປົກປ້ອງ; ຄວາມສາມາດເປັນຜູ້ຕ່າງໜ້າ ແລະ ບົດບາດທາງດ້ານການເມືອງ; ກົດໝາຍ ແລະ ນະໂຍບາຍ.

        ໃນຈຳນວນ 19 ປະເທດໃນພາກພື້ນ ອາຊີ, ຫວຽດນາມ ຢືນອັນດັບທີ 4. ໃນນັ້ນ, ຫວຽດນາມ ນຳໜ້າພາກພື້ນໃນຂົງເຂດກົດໝາຍ ແລະ ນະໂຍບາຍ ພ້ອມກັບ ຟີລິບປິນ ແລະ ໄທ; ຢືນອັນດັບທີ 2 ໃນຂົງເຂດຄວາມສາມາດເປັນຜູ້ຕ່າງໜ້າ ແລະ ບົດບາດທາງດ້ານການເມືອງ ເຊິ່ງຖັດມາຈາກ ສິງກະໂປ. ບັນດາດັດຊະນີກ່ຽວກັບຂົງເຂດສຸຂະພາບ ແລະ ການສຶກສາ ຂອງ ຫວຽດນາມ ກໍເພີ່ມຂຶ້ນ ເມື່ອທຽບໃສ່ດັດຊະນີທີ່ໄດ້ປະກາດເມື່ອປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ