ຫວຽດນາມ ນອນໃນຈຳນວນ 25 ປະເທດຫຼຸດຜ່ອນຄວາມທຸກຍາກຫຼາຍແງ່ມູມ

(VOVWORLD) - ມາຮອດປະຈຸບັນ, ຫວຽດນາາມ ໄດ້ປະຕິບັດສຳເລັດ 86,7% ຕາມຂໍ້ສະເໜີແນະ ແລະ 12,4% ຂໍ້ສະເໜີແນະໄດ້ສຳເລັດສ່ວນໜຶ່ງແລ້ວ.
ຫວຽດນາມ ນອນໃນຈຳນວນ 25 ປະເທດຫຼຸດຜ່ອນຄວາມທຸກຍາກຫຼາຍແງ່ມູມ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ
(ພາບ: qdnd.vn)

        ວັນທີ 24 ພະຈິກ, ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງບົດລາຍງານແຫ່ງຊາດ ຫວຽດນາມ ຕາມກົນໄກທົບທວນ (UPR) ປະຈຳໄລຍະ 4 ຂອງສະພາສິດທິມະນຸດສະຫະປະຊາຊາດ.

        ກ່າວຄຳເຫັນທີ່ກອງປະຊຸມສະມຳນາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ໃຫ້ຮູ້ວ່າ, ເຖິງວ່າຖືກຜົນສະທ້ອນຢ່າງເລິກເຊິ່ງຈາກພະຍາດໂຄວິດ-19 ໃນການປະຕິບັດບັນດາຂໍ້ສະເໜີແນະຂອງ UPR ກໍ່ຕາມ, ແຕ່ບັນດາກະຊວງ, ຂະແໜງການ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ໄດ້ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາຂໍ້ສະເໜີແນະຢ່າງແໜ້ນແຟ້ນ ກໍຄືສ້າງຮ່າງບົດລາຍງານ. ມາຮອດປະຈຸບັນ, ຫວຽດນາາມ ໄດ້ປະຕິບັດສຳເລັດ 86,7% ຕາມຂໍ້ສະເໜີແນະ ແລະ 12,4% ຂໍ້ສະເໜີແນະໄດ້ສຳເລັດສ່ວນໜຶ່ງແລ້ວ. ສິ່ງທີ່ໜ້າສົນໃຈແມ່ນ, ຫວຽດນາມ ໄດ້ປະຕິບັດ 9 ຂໍ້ສະເໜີແນະຂອງໂຄງການພັດທະນາສະຫະປະຊາຊາດ ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ. ສິ່ງດັ່ງກ່າວໄດ້ປະກອບນສ່ວນສ້າງຜົນງານວ່າ ຫວຽດນາມ ນອນໃນຈຳນວນ 25 ປະເທດຫຼຸດຜ່ອນຄວາມທຸກຍາກຫຼາຍແງ່ມູມ.

        ເຂົ້າຮ່ວມກອງປະຊຸມສຳມະນາ, ທ່ານນາງ Ramla Khalidi, ຜູ້ຮັກສາການປະສານງານປະຈຳສະຫະປະຊາຊາດ ຢູ່ ຫວຽດນາມ, ຕີລາຄາວ່າ, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມຂໍ້ສະເໜີແນະຂອງ UPR ແລະ ປະຕິບັດສຳເລັດບັນດາພັນທະກ່ຽວກັບການພັດທະນາແບບຍືນຍົງ. ທ່ານນາງຢືນຢັນວ່າ, ສະຫະປະຊາຊາດ ຈະສືບຕໍ່ ແລະ ໃຫ້ຄຳໝັ້ນສັນຍາຮ່ວມມືກັບ ຫວຽດນາມ, ບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອປົກປ້ອງສິດເສລີ ແລະ ຄວາມຍຸຕິທຳໃຫ້ທຸກໆຄົນຫຼາຍກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ