ຫວຽດ​ນາມ ນອນ​ໃນ​ນະ​ໂຍ​ບາຍ “ມຸ່ງ​ໄປ​ສູ​ທາງ​ທິດ​ຕາ​ເວັນ​ອອກ” ຂ​ອງ ຮຸງ​ກາ​ຣີ

(VOVWORLD) -ວັນທີ 16 ຕຸລາ, ທ່ານ Szijjarto Peter ລັດຖະມົນຕີກະຊວງການຕ່າງປະເທດ ແລະ ເສດຖະກິດ ຮຸງກາຣີ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ການຢ້ຽມຢາມໄດ້ດຳເນີນໃນຈຸດເວລາ ຫວຽດນາມ - ຮູງກາຣີ ຈັດຕັ້ງການສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ພ້ອມກັນນັ້ນກໍ່ເພື່ອແນໃສ່ເຊື່ອມຕໍ່ບັນດາການເຄື່ອນໄຫວທາງການທູດ ສອງຝ່າຍ ທີ່ຖືກຢຸດສະງັກຍ້ອນໂລກລະບາດ Covid – 19ຄືນໃໝ່.
ຫວຽດ​ນາມ ນອນ​ໃນ​ນະ​ໂຍ​ບາຍ “ມຸ່ງ​ໄປ​ສູ​ທາງ​ທິດ​ຕາ​ເວັນ​ອອກ” ຂ​ອງ ຮຸງ​ກາ​ຣີ - ảnh 1ພາບປະກອບ 

ຕາມແຜນການແລ້ວ, ທ່ານ Szijjarto Peter ຈະມີການພົບປະເຈລະຈາກັບທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ເຂົ້າຢ້ຽມຂ່ຳນັບທ່ານ ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ປຶກສາຫາລືກ່ຽວກັບໂຄງການຮ່ວມມືວັດທະນະທຳກັບທ່ານ ຫງວຽນງອກຖ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ. ຄຽງຄູ່ກັນນັ້ນ, ສອງຝ່າຍຄາດວ່າຈະມີບັນດາການແລກປ່ຽນທີ່ກ່ຽວຂ້ອງເຖິງການສ້າງສູນວັດທະນະທຳ ຮຸງກາຣີຢູ່ຫວຽດນາມ…

ການຢ້ຽມຢາມຫວຽດນາມຄັ້ງນີ້ຂອງທ່ານ Szijjarto Peter ແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍປຶກສາຫາລື ແນໃສ່ແກ້ໄຂບັນດາຂໍ້ຕິດຂັດກໍ່ຄືເພີ່ມທະວີການພົວພັນທາງການທູດ, ການຮ່ວມມືກ່ຽວກັບວັດທະນະທຳລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ