ຫວຽດນາມ ນໍ​າ​ໃຊ້​​ໂປຼ​ແກຼມ Bluezone ​ເພື່ອກວດ​ພົບ​ກໍ​ລະ​ນີສົງ​ໄສ​ຖືກ​ຕິດ​ເຊື້​ອ​ໄວຣັດ SARS – CoV – 2 ​​ໄດ້​​ໂດຍ​ໄວ

(VOVWORLD) -ພາຍຫຼັງກວດພົບກໍລະນີຕິດເຊື້ອໂຄວິດ - 19 ໃນຊຸມຊົນ ຢູ່ນະຄອນດ່າໜັງ, ກົມໂທລະຄົມມະນາຄົມ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ສະເໜີໃຫ້ປະຊາຊົນນະຄອນດ່າໜັງ ດາວໂຫຼດໂປຼແກຼມ Bluezone. 
ຫວຽດນາມ ນໍ​າ​ໃຊ້​​ໂປຼ​ແກຼມ Bluezone ​ເພື່ອກວດ​ພົບ​ກໍ​ລະ​ນີສົງ​ໄສ​ຖືກ​ຕິດ​ເຊື້​ອ​ໄວຣັດ SARS – CoV – 2 ​​ໄດ້​​ໂດຍ​ໄວ - ảnh 1ໂປຼແກຼມ Bluezone ໃນໂທລະສັບມືຖື (ພາບ: vov1.vov.vn)

   ນີ້ແມ່ນໂປແກຼມເພື່ອຄົ້ນຫາປະຫວັດການສໍາຜັດຜູ້ຕິດເຊື້ອ ພ້ອມທັງບອກເຕືອນ ຖ້າຫາກຜູ້ໃຊ້ໂປແກຼມນີ້ ໄດ້ມີການພົບປະ, ຢູ່ໃກ້ກັບຜູ້ຕິດເຊື້ອໂຄວິດ - 19.

        ໂດຍໄດ້ຮັບການຕີລາຄາວ່າ ແມ່ນຜະລິດຕະພັນເຕັກໂນໂລຢີທີ່ມີລັກສະນະບຸກທະລຸສູງ, ໂປຼແກຼມ Bluezone ໄດ້ນໍາໃຊ້ເຕັກໂນໂລຢີ Bluetooth ເພື່ອກວດພົບກໍລະນີຖືກສົງໄສວ່າຕິດເຊື້ອໄວຣັດ SARS – CoV – 2 ໂດຍໄວ. ທ່ານ ຫງວຽນຮຸຍຢຸງ - ຫົວໜ້າກົມຄອມພິວເຕີ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ, ໃຫ້ຮູ້ວ່າ:

        “ຕາມປະສົບການຂອງບັນດາປະເທດແລ້ວ, ຖ້າຫາກຈໍານວນຜູ້ດາວໂຫຼດໂປຼແກຼມດັ່ງກ່າວກວມເອົາ 60% ປະຊາກອນທີ່ຮອດອາຍຸກະສຽນນັ້ນ, ແມ່ນດີພໍສົມຄວນ. ຢູ່ຫວຽດນາມ, ດ້ວຍຈໍານວນຜູ້ດາວໂຫຼດ ແລະ ນໍາໃຊ້ປະມານ 30 ລ້ານຄົນ, ພວກເຮົາກໍສາມາດກວດພົບກໍລະນີໄດ້ສໍາຜັດຢູ່ໃກ້ກັບຄົນເຈັບໄດ້ໂດຍໄວພໍສົມຄວນ”.


ຕອບກັບ

ຂ່າວ/ບົດ​ອື່ນ