ຫວຽດນາມ ນຳໜ້າໃນການປ່ຽນແປງໃໝ່ AI ຢູ່ພາກພື້ນ ອາຊີຕາເວັນອອກສຽງໃຕ້

(VOVWORLD) - ຫວຽດນາມ ມີທ່າໄດ້ປຽບຫຼາຍຢ່າງໃນການພັດທະນາ AI ໂດຍອີງໃສ່ຕະຫຼາດ, ແຫຼ່ງຊັບພະຍາກອນ ແລະ ລະບົບນິເວດແຫ່ງການ startup.
ຫວຽດນາມ ນຳໜ້າໃນການປ່ຽນແປງໃໝ່ AI ຢູ່ພາກພື້ນ ອາຊີຕາເວັນອອກສຽງໃຕ້ - ảnh 1ທີ່ກອງປະຊຸມສ້າງ AI
(ພາບ: TTXVN)

        “ຫວຽດນາມ ພວມຢູ່ໃນທີ່ຕັ້ງພິເສດເພື່ອນຳໜ້າການປ່ຽນແປງໃໝ່ AI ຢູ່ພາກພື້ນ ອາຊີຕາເວັນອອກສຽງໃຕ້ ແລະ ຍິ່ງກວ່ານັ້ນອີກ”, ນັ້ນແມ່ນຂໍ້ສັງເກດຂອງທ່ານ ຫງວຽນດຶກຕ່ວານ, ຜູ້ອຳນວຍການແຫ່ງຊາດ Google Cloud, ກ່ຽວກັບບັນດາທ່າໄດ້ປຽບທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ໃນໂລກ ແລະ ພາກພື້ນ ທີ່ “ກອງປະຊຸມສ້າງ AI” (GenAI Summit 2024) ເຊິ່ງໄດ້ອັດລົງໃນວັນທີ 18 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ. ຫວຽດນາມ ມີທ່າໄດ້ປຽບຫຼາຍຢ່າງໃນການພັດທະນາ AI ໂດຍອີງໃສ່ຕະຫຼາດ, ແຫຼ່ງຊັບພະຍາກອນ ແລະ ລະບົບນິເວດແຫ່ງການ startup. ຍິ່ງໄປກວ່ານັ້ນ, ຫວຽດນາມ ພວມຢືນຢູ່ຕໍ່ໜ້າການສະສົມ AI ສຳຄັນທີ່ສຸດ, ກໍຄືມີທ່າໄດ້ປຽບຫຼາຍຢ່າງໃນການພັດທະນາ AI ໂດຍອີງໃສ່ຕະຫຼາດ, ແຫຼ່ງຊັບພະຍາກອນ ແລະ ລະບົບນິເວດແຫ່ງການ startup.

        ຫວຽດນາມ ດຶງດູດໄດ້ເງິນລົງທຶນ ກວ່າ 1 ຕື້ USD ເຂົ້າບັນດາການ startup ເຕັກໂນໂລຊີໃນປີ 2023. ການເຕີບໂຕຢ່າງໄວຂອງລະບົບນິເວດແຫ່ງການ startup ໄດ້ຊີ້ໃຫ້ເຫັນຄວາມສາມາດບົ່ມຊ້ອນໃນການປ່ຽນແປງໃໝ່ ແລະ ຄວາມສາມາດສ້າງບັນດາມາດຕະການແກ້ໄຂ AI ບຸກທະລຸ.

ຕອບກັບ

ຂ່າວ/ບົດ​ອື່ນ