ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົມເປັນມື້ທີ 82 ແລ້ວ

(VOVWORLD) - ຕອນເຊົ້າວັນທີ 07 ກໍລະກົດ, ຕາມແຫຼ່ງຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂຄວິດ-19 ໃຫ້ຮູ້ວ່າ:ໄລ່ແຕ່ 6 ໂມງເຊົ້າວັນທີ 16 ເມສາ ຫາ 6 ໂມງເຊົ້າວັນທີ 07 ກໍລະກົດ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນຊຸມຊົນເປັນມື້ທີ 82 ແລ້ວ.

 ໄລ່ຮອດຈຸດເວລານີ້, ມີ 341 ໃນຈຳນວນ 369 ຜູ້ຕິດເຊື້ອໂຄວິດມີຜົນກວດເປັນບວກກັບໄວຣັດ  SARS-CoV-2 ຢູ່ ຫວຽດນາມ ໄດ້ຮັບການປະກາດຫາຍດີເປັນປົກກະຕິ, ກວມເອົາ 92,4% ໃນຈຳນວນຜູ້ຕິດເຊື້ອ. ບໍ່ມີຜູ້ໃດເສຍຊີວິດຍ້ອນຕິດເຊື້ອໂຄວິດ-19. ປັດຈຸບັນ, ຍັງມີ 28 ຄົນຕິດເຊື້ອໂຄວິດ-19 ພວມໄດ້ຮັບການປິ່ນປົວຢູ່ບັນດາໂຮງໝໍໃນທົ່ວປະເທດ ສ່ວນຫລາຍເຂົາເຈົ້າມີສຸຂະພາບເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ