ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນຊຸມຊົນເປັນມື້ທີ 80 ແລ້ວ

(VOVWORLD) - ໄລ່ຮອດຕອນເຊົ້າວັນທີ 05 ກໍລະກົດ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ ແລະ ເປັນມື້ທີ 80 ຫວຽດນາມ ບໍ່ມີຜູ້ຕິດເຊື້ອໃນຊຸມຊົນ.
ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນຊຸມຊົນເປັນມື້ທີ 80 ແລ້ວ - ảnh 1ພາບປະກອບ/ TTXVN

          ບົດລາຍງານຂອງອະນຸກຳມະການປິ່ນປົວ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ສະແດງໃຫ້ເຫັນວ່າ ໄລ່ຮອດຈຸດເວລານີ້ ມີ 340/355 ຄົນຕິດເຊື້ອໂຄວິດ-19 ຢູ່ ຫວຽດນາມ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ. ສ່ວນຜູ້ຕິດເຊື້ອ15 ຄົນທີ່ຍັງເຫລືອນັ້ນ ພວມໄດ້ຮັບການປິ່ນປົວຢູ່ບັນດາໂຮງໝໍພາຍໃນປະເທດ, ສ່ວນຫລາຍມີສຸຂະພາບເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ