ຫວຽດນາມ ບໍ່ຂາຍ ບຸບລາຄາບັນດາຜະລິດຕະພັນສິນໃນນ້ຳສົ່ງອອກ

ຫວຽດນາມ ບໍ່ຂາຍ ບຸບລາຄາບັນດາຜະລິດຕະພັນສິນໃນນ້ຳສົ່ງອອກ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ)

(vovworld) – ທີ່​ການ​ປະຊຸມ​ຂ່າວ​ນັດ​ສາມັນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ວັນ​ທີ 20/11, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ ຢືນຢັນ​ວ່າ, ບັນດາ​ບໍລິສັດ​ຂອງ​ຫວຽດນາມ ບໍ່​ຂາຍ​ບຸບ​ລາຄາ​ບັນດາ​ຜະລິດ​ຕະພັນ  filet ປາຈາ, ປາ​ບາ​ຊາ​ແຊ່​ເຢັນເຂົ້າ​ຕະຫຼາດອາ​ເມ​ລິ​ກາ. ​ເລື່ອງ​ຄະນະ​ກຳມະການ​ການ​ຄ້າ​ອາ​ເມ​ລິ​ກາ ຈັດ​ວາງ​ພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ​ສຳລັບ​ບັນດາ​ຜະລິດ​ຕະພັນ​ດັ່ງກ່າວ​ແມ່ນ​ບໍ່​ຍຸຕິ​ທຳ​, ​ໄປ​ຝືນ​ກັບຈິດ​ໃຈ​ເສລີ​ດ້ານ​ການ​ຄ້າ ກໍ່​ຄື​ການ​ພົວພັນ​ເສດຖະກິດ, ການ​ຄ້າ ທີ່​ພວມ​ພັດທະນາ​ຢ່າງ​ດີງາມ​ລະຫວ່າງ 2 ປະ​ເທດ, ບໍ່​ເໝາະ​ສົມ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ. ກ່ຽວ​ກັບ​ເລື່ອງ ​ອົງການ​ການ​ຄ້າ​ໂລກ (WTO) ຮັບຮອງ​ເອົາ​ຄຳ​ຕັດສິນ​ສຳລັບການ​ຮ້ອງ​ຟ້ອງ​ຂອງ​ຫວຽດນາມ ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ອາ​ເມ​ລິ​ກາ ຈັດ​ວາງ​ພາສີ​ຕ້ານ​ການຂາຍ​ບຸບ​ລາຄາ​ຜະລິດ​ຕະພັນ​ກຸ້ງ​ຫວຽດນາມ, ທ່ານ​ເລ​ຫາຍ​ບິງ ​ໃຫ້​ຮູ້​ວ່າ, ຄຳ​ຕັດສິນ​​ຂອງ ​WTO ​ສຳລັບການ​ຮ້ອງ​ຟ້ອງຂອງ​ຫວຽດນາມ ກ່ຽວ​ກັບ​ເລື່ອງອາ​ເມ​ລິ​ກາ ຈັດ​ວາງ​ພາສີ​ຕ້ານ​ການຂາຍ​ບຸບ​ລະຄາ​ບັນດາ​ຜະລິດ​ຕະພັນ​ກຸ້ງ​ແຊ່​ເຢັນ​ຂອງ​ຫວຽດນາມ ແມ່ນ​ສັນຍານ​ທີ່ຕັ້ງໜ້າ, ສ້າງ​ກຳລັງ​ໜູນ​ໃຫ້​ຂະ​ແໜງ​ລ້ຽງປູກ, ຜະລິດ, ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ຜະລິດ​ຕະພັນ​ກຸ້ງ​ແຊ່​ເຢັັນ.

ຂ່າວ/ບົດ​ອື່ນ