ຫວຽດນາມ - ບັງກະລາເທດ ຊຸກຍູ້ພັດທະນາການພົວພັນເສດຖະກິດ, ການຄ້າ ແລະ ການລົງທຶນ

(VOVWORLD) - ຕອນເຊົ້າວັນທີ 13 ກັນຍາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Tofail Ahmed ລັດຖະມົນຕີກະຊວງການຄ້າ ບັງກະລາເທດ ເນື່ອງໃນໂອກາດມາ ເຂົ້າຮ່ວມກອງປະຊຸມ WEF ASEAN ຢູ່ ຫວຽດນາມ.
ຫວຽດນາມ - ບັງກະລາເທດ ຊຸກຍູ້ພັດທະນາການພົວພັນເສດຖະກິດ, ການຄ້າ ແລະ ການລົງທຶນ - ảnh 1 ທີ່ການຕ້ອນຮັບ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງໃຫ້ເຫັນຂອບຂະໜາດການຄ້າລະຫວ່າງ ຫວຽດນາມ - ບັງກະລາເທດ ຍັງຕ່ຳຢູ່ເມື່ອທຽບໃສ່ຄວາມສາມາດບົ່ມຊ້ອນ 2 ຝ່າຍ, ດັ່ງນັ້ນ ທັງ 2 ປະເທດ ຄວນມານະພະຍາຍາມກ່ວາອີກ ເພື່ອນຳວົງເງິນການຄ້າ 2 ຝ່າຍໃຫ້ເພີ່ມຂຶ້ນຢ່າງແຮງໃນໄລຍະຈະມາເຖິງ, ກ່ອນອື່ນໝົດແມ່ນສູ້ຊົນໃຫ້ບັນລຸໄດ້ຕົວເລກ 2 ຕື້ USD. ຝ່າຍ ຫວຽດນາມ ຢາກລົງທຶນເຂົ້າ ບັງກະລາເທດ ໃນບັນດາຂົງເຂດຄື: ກະສິກຳ, ປ່າໄມ້, ການປະມົງ… ແລະ ປາດຖະໜາວ່າ ບັງກະລາເທດ ຈະສ້າງເງື່ອນໄຂໜູນຊ່ວຍໃຫ້ບັນດາວິສາຫະກິດ ຫວຽດນາມ ທຳມາຄ້າຂາຍສະດວກຢູ່ປະເທດນີ້.

        ສ່ວນທ່ານລັດຖະມົນຕີ Tofail Ahmed ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ແມ່ນຄູ່ຄ້າລາຍໃຫຍ່ຂອງ ບັງກະລາເທດ. ປັດຈຸບັນ ສະພາບແວດລ້ອມແຫ່ງການລົງທຶນຂອງ ບັງກະລາເທດ ພວມໄດ້ຮັບການປັບປຸງຢ່າງແຮງ, ແມ່ນໂອກາດໃຫ້ແກ່ບັນດານັກລົງທຶນ ຫວຽດນາມ. ບົນພື້ນຖານການພົວພັນດ້ານການເມືອງ 2 ປະເທດທີ່ດີງາມນັ້ນ, ທ່ານລັດຖະມົນຕີກໍ່ປາດຖະໜາຢາກມີການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນທີ່ພັດທະນາຢ່າງແຮງໃນໄລຍະຈະມາເຖິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ