ຫວຽດນາມ - ບູນກາຣີ ຍູ້ແຮງການຮ່ວມມື ຮອບດ້ານ

ຫວຽດນາມ - ບູນກາຣີ ຍູ້ແຮງການຮ່ວມມື ຮອບດ້ານ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​​ເຕີນ​ຢຸງ
ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີບູນກາຣີ Plamen Vasilev Oresharski)


(vovworld) - ຕອນ​ເຊົ້າ​ວັນ​ທີ 07/04, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​​ເຕີນ​ຢຸງ ​ໄດ້​ເປັນ​ປະທານ​ພິທີ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີບູນກາຣີ Plamen Vasilev Oresharski ພັນລະ​ຍາ ​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງການ. ທີ່​ການ​ເຈລະຈາ​ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​​ໄດ້ຂອບ​ໃຈການ​ສະໜັບສະໜູນ, ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ ​ແລະ ລ້ຳ​ຄ່າ​ຂອງ​ປະຊາຊົນ​ບູນກາຣີ ທີ່​ມີ​ຕໍ່​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ຂອງ​ຊາດ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ຂອງປະຊາຊົນ​ຫວຽດນາມ ກໍ່​ຄື​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ທ່ານ​ນາຍ​ົກລັດຖະມົນຕີ Plamen Vasilev Oresharski ຢືນຢັນ​ວ່າ, ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ບູນກາຣີ ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ນາຍົກລັດຖະມົນຕີທັງ 2 ທ່ານ​ໄດ້​ແຈ້ງ​ໃຫ້​​ກັນ​ຊາບກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່ລະ​ປະ​ເທດ, ຕີ​ລາຄາ​ການ​ພົວພັນ 2 ຝ່າຍ ​ແລະ ປຶກສາ​ຫາລືບັນດາ​ບັນຫາ​ສາກົນ ​ແລ​ະ ພາກ​ພື້ນທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ນາຍົກລັດຖະມົນຕີ 2 ທ່ານ​ກໍ່​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມມື​ໃນ​ບັນດາ​ເວທີ​ປາ​ໄສພາກ​ພື້ນ ​ແລະ ສາກົນຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​. ທີ່​ການ​ປະຊຸມ​ຂ່າວ​ສາກົນ​ພາຍຫຼັງ​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ.

        “ທ່ານ​ນາຍົກລັດຖະມົນຕີບູນກາຣີ ​ແລະ ຂ້າພະ​ເຈົ້າ​​ເຫັນ​ດີ​ 3 ຝ່າຍ​ຕ້ອງ​ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ປະຈຳ, ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດຄື: ​ເສດຖະກິດ, ການ​ສຶກສາ​ບຳລຸງ​ສ້າງ, ວັດທະນະທຳ, ການ​ທ່ອງ​ທ່ຽວ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ. ສູ້​ຊົນ​ເພີ່ມ​ວົງ​ເງິນ​ການ​ຄ້າ 2 ສົ້ນ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ລົງທຶນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ​ຂອງ 2 ປະ​ເທດເຊື່ອມ​ຕໍ່​ຄູ່​ຮ່ວມ​ມື, ຊອກ​ຮູ້​ຕະຫຼາດ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງບູນກາຣີ ມີ​ທ່າ​ແຮງ ​ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ​ຄື: ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ການວາງ​ແຜນພັດທະນາ​ເຂດ​ຕົວ​ເມືອງ ​ແລະ ລະບົບ​ຄົມ​ມະນະ​ຄົມ​ສາທາລະນະ, ການນຳ​ໃຊ້​ພະລັງງານ​ຢ່າງ​ມີ​ປະສິດທິ​ຜົນ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ປຸ້ງ​ແຕ່ງ​ສະບຽງອາຫານ”.

        ສິ້ນ​ສຸດ​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ທ່ານ​ນາຍົກລັດຖະມົນຕີ Plamen Vasilev Oresharski ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ກະສິກຳ, ລ້ຽງ​ປູກ ​ແລະ ສິ້ນ​ໃນ​ນ້ຳ​ລະຫວ່າງ​ກະຊວງ​ກະສິກຳ ​ແລະ ພັ​ດທະ​ນາ​ຊົນນະບົດ​ຫວຽດນາມ ກັບ ກະຊວງ​ກະສິກຳ, ສະບຽງ​ອາຫານບູນກາຣີ; ​ໂຄງການ​ຮ່ວວມື​ດ້ານ​ວັດທະນະທຳ ​ແລະ ​ໂຄງການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ຫວຽດນາມ - ບູນກາ​ຮີ ​ໄລຍະ 2014 – 2016. ນີ​ແມ່ນ​ບັນດາ​ເອກະສານຫັນ​ການ​ຮ່ວມ​ມື​ທີ່​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ປະສິດທິ​ພົນລະຫວ່າງ​ຫວຽດນາມ - ບູນກາຣີ ​ເປັນ​ລະອຽດ.

ຕອນ​ບ່າຍ​ວັນ​ທີ 7/4, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ບຸນ​ກາຣີທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ​ໄດ້​ເຫັນ​ດີ​ກັບ​ທ່ານນາຍົກລັດຖະມົນຕີ Plamen Vasilev Oresharskiຜ່ານ​ການ​ເຄື່ອນ​ໄຫວ​ຂອງລັດຖະບານ, ສະພາ​ແຫ່ງ​ຊາດ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ລົງທຶນ, ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ ກໍ່​ຄື​ເຊື່ອ​ໝັ້ນ​ວ່າ ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຈະ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

        ສ່ວນທ່ານນາຍົກລັດຖະມົນຕີ ບຸນ​ກາຣີ ກໍ່​ເນັ້ນ​ໜັກ​ວ່າ, ບຸນ​ກາຣີ ຍາມ​ໃດ​ກໍ່​ຖື​ຫວຽດນາມ​ ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ຢືນຢັນ​ວ່າ ບຸນ​ກາຣີ ຈະ​ເປັນ​ຂົວ​ຕໍ່​ຢ່າງ​ຕັ້ງໜ້າ​ຂອງ​ຫວຽດນາມ​ກັບ EU.


ຂ່າວ/ບົດ​ອື່ນ