ຫວຽດນາມ ບັນລຸ ຜົນງານສູງໃນການເສັງ Olympic ຊີວະສາດສາກົນ

ຫວຽດນາມ ບັນລຸ ຜົນງານສູງໃນການເສັງ Olympic ຊີວະສາດສາກົນ - ảnh 1
(ພິທີ​ຕ້ອບຮັບ ​ແລະ ມອບ​ໃບ​ຍ້ອງຍໍ ແລະ ມອບລາງ​ວັນ​
ໃຫ້​ນັກຮຽນເຂົ້າ​ຮ່ວມການ​ເສັງ Olympic ຊີ​ວະ​ສາດ​ສາກົນ)


(vovworld) –  ຕອນ​ຄໍ່າ​ວັນ​ທີ 13/07, ຢູ່​ສະໜາມ​ບິນ​ສາກົນ ​ໂນ້ຍບ່າຍ, ​ຮ່າ​ໂນ້ຍ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ​ໄດ້​ຈັດ​ພິທີ​ຕ້ອນຮັບ ​ແລະ ມອບ​ໃບ​ຍ້ອງຍໍ ແລະ ມອບລາງ​ວັນ​ໃຫ້​ນັກຮຽນ 4 ຄົນ​ທີ່​ເຂົ້າ​ຮ່ວມການ​ເສັງ Olympic ຊີ​ວະ​ສາດ​ສາກົນ ຄັ້ງ​ທີ 25 ຊຶ່ງຫາ​ກໍ່​ກັບ​ມາ​ຈາກ​ອິນ​ໂດ​ເນ​ເຊຍ. ຄະນະ​ນັກ​ຮຽນ​ຫວຽດນາມ ​ເຂົ້າ​ຮ່ວມ​ການ​ເສັງ Olympic ຊີ​ວະ​ສາດ​ສາກົນ ຄັ້ງ​ທີ 25 ມີນັກຮຽນ 4 ຄົນ ​ແລະ ນັກຮຽນ​ທັງ 4 ຄົນ ລ້ວນ​ແຕ່​ໄດ້​ຮັບ​ຫຼຽນລວມມີ​ຫຼຽນ​ເງິນ 1 ລາງວັນ, ຫຼຽນທອງ 3 ລາງວັນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ຕ້ອນຮັບ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫງວຽນ​ວິງ​ຮຽນ ​​ໃຫ້​ຮູ້​ວ່າ.

        “ພວກ​ເຮົາ​ພວມ​ກະກຽ​ມ​ໃຫ້ການຈັດ​ຕັ້ງການ​ເສັງ Olympic ຊີ​ວະ​ສາດ​ສາກົນຄັ້ງ​ທີ 27 ຢູ່​ຫວຽດນາມ ​ໃນ​ປີ 2016. ບັນດາ​ຜົນງານ​ດັ່ງກ່າວ​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ ຢືນຢັນ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການ​ສອນ, ​ການຮຽນ​ວິຊາຊີວະ​ສາດ, ​ໃນ​ຄວາມ​ມານະ​ພະຍາຍາມ​ຈັດ​ຕັ້ງ​ການ​ເສັງ Olympic ຊີ​ວະ​ສາດ​ສາກົນ ຢູ່​ຫວຽດນາມ ​ໃຫ້​ບັນລຸ​ຜົນສຳ​ເລັດ”

ຂ່າວ/ບົດ​ອື່ນ