ຫວຽດ​ນາມ ບັນ​ລຸ​​ຄາດ​ໝາຍ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ຈຳ​ນວນ150 ລ້ານ​ໂດ​ສ​ໃນ​ທ້າຍ​ປີ 2021

(VOVWORLD) -ໃນບັ້ນຕໍ່ສູ້ຕ້ານໂລກລະລາດໂຄວິດ - 19 ຢູ່ ຫວຽດນາມ, ພັກ, ລັດ, ລັດຖະບານ ແລະ ບັນດາອົງການ, ພິເສດແມ່ນກະຊວງສາທາລະນະສຸກ ໄດ້ມານະພະຍາຍາມຜັນຂະຫຍາຍຫຼາຍມາດຕະການເພື່ອແນໃສ່ຄວບຄຸມໂລກລະບາດໂຄວິດ - 19



ຫວຽດ​ນາມ ບັນ​ລຸ​​ຄາດ​ໝາຍ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ຈຳ​ນວນ150 ລ້ານ​ໂດ​ສ​ໃນ​ທ້າຍ​ປີ 2021 - ảnh 1ພາບປະກອບ: ສາທາລະນະສຸກ

ປັດຈຸບັນ, ຫວຽດນາມ ມີ 100% ຜູ້ທີ່ມີອາຍຸແຕ່ 18 ປີຂຶ້ນໄປໄດ້ຮັບການສັກວັກຊິນກັນໂຄວິດ - 19 ຢ່າງໜ້ອຍສຸດ 1 ເຂັມ, 90% ຜູ້ໄດ້ຮັບການສັກວັກຊິນຢ່າງຄົບ 2 ເຂັມ. ປັດຈຸບັນ, ຫຼາຍທ້ອງຖິ່ນ ພວມຜັນຂະຫຍາຍການສັກວັກຊິນເຂັມເພີ່ມເຕີມ. ນີ້ແມ່ນຜົນສຳເລັດຂອງ ຫວຽດນາມ ໃນບັ້ນສັກວັກຊິນ ໃຫຍ່ທີ່ສຸດໃນປະຫວັດສາດ ແລະ ກໍ່ແມ່ນຕົວເລກທີ່ພົ້ນເດັ່ນເມື່ອທຽບໃສ່ກັບຫຼາຍປະເທດໃນພາກພື້ນ ແລະ ໂລກ.

ໃນບັ້ນຕໍ່ສູ້ຕ້ານໂລກລະລາດໂຄວິດ - 19 ຢູ່ ຫວຽດນາມ, ພັກ, ລັດ, ລັດຖະບານ ແລະ ບັນດາອົງການ, ພິເສດແມ່ນກະຊວງສາທາລະນະສຸກ ໄດ້ມານະພະຍາຍາມຜັນຂະຫຍາຍຫຼາຍມາດຕະການເພື່ອແນໃສ່ຄວບຄຸມໂລກລະບາດໂຄວິດ - 19

ໃນນັ້ນ, ນັບແຕ່ຫົວທີ, ຫວຽດນາມ ກຳນົດວ່າ, ວັກຊິນແມ່ນມາດຕະການທີ່ມີປະສິດທິຜົນທີ່ສຸດ ໃນການຮັບມືກັບໂລກລະບາດໂຄວິດ - 19. ຍຸດທະສາດສັກວັກຊິນ ຂອງ ຫວຽດນາມ ສຸມໃສ່ເຂົ້າບັນດາເນື້ອໃນຫຼັກຄື: ການນຳເຂົ້າ, ການຖ່າຍທອດເຕັກໂນໂລຢີ, ການຄົ້ນຄ້ວາ ເພື່ອຜະລິດ ແລະ ພັດທະນາວັກຊິນພາຍໃນປະເທດ, ຈາກນັ້ນໄດ້ລະດົມວັກຊິນຢ່າງພຽງພໍໃນໄລຍະສັ້ນ.

ຕາມການສະຖິຕິຂອງ ກະຊວງສາທາລະນະສຸກ ສະແດງໃຫ້ເຫັນວ່າ ນັບແຕ່ເດືອນກຸມພາ ປີ 2021 ຫາ ວັນທີ 29 ທັນວາ ປີ 2021, ຫວຽດນາມ ໄດ້ຮັບວັກຊິນກັນໂຄວິດ - 19 ທຸກຊະນິດ ກ່ວາ 192 ລ້ານໂດສ ຈາກຫຼາຍແຫຼ່ງຄື: ງົບປະມານແຫ່ງລັດ ແລະ ແຫຼ່ງການອຸດໜູນ, ອຸປະຖຳ.

ຕອບກັບ

ຂ່າວ/ບົດ​ອື່ນ