ຫວຽດນາມ ບັນລຸຜົນງານສູງທີ່ການສອບເສັງ ດາລາສາດ ແລະ ຟີຊິກດາລາສາດສາກົນ

(VOVWORLD) -ນັກຮຽນ 8 ຄົນ ເຂົ້າຮ່ວມການສອບເສັງ ລ້ວນແຕ່ຍາດໄດ້ລາງວັນ, ໃນນັ້ນ ຍາດໄດ້ຫຼຽນຄໍາ 01 ຫຼຽນ, ຫຼຽນເງິນ 3 ຫຼຽນ, ຫຼຽນທອງ 3 ຫຼຽນ ແລະ ລາງວັນຊົມເຊີຍ 01 ລາງວັນ.
ຫວຽດນາມ ບັນລຸຜົນງານສູງທີ່ການສອບເສັງ ດາລາສາດ ແລະ ຟີຊິກດາລາສາດສາກົນ - ảnh 1ຄະນະນັກຮຽນຫວຽດນາມ ເຂົ້າຮ່ວມການສອບເສັງດາລາສາດ ແລະ ຟີຊິກດາລາສາດສາກົນ (IOAA) ຄັ້ງທີ 13 ທີ່ຮຸງກາຣີ (ພາບ: sggp.org.vn)

ຄະນະນັກຮຽນຫວຽດນາມ ເຂົ້າຮ່ວມການສອບເສັງດາລາສາດ ແລະ ຟີຊິກດາລາສາດສາກົນ (IOAA) ຄັ້ງທີ 13 ທີ່ຮຸງກາຣີ ຍາດໄດ້ຜົນງານເປັນໜ້າຊື່ນຊົມ. ນັກຮຽນ 8 ຄົນ ເຂົ້າຮ່ວມການສອບເສັງ ລ້ວນແຕ່ຍາດໄດ້ລາງວັນ, ໃນນັ້ນ ຍາດໄດ້ຫຼຽນຄໍາ 01 ຫຼຽນ, ຫຼຽນເງິນ 3 ຫຼຽນ, ຫຼຽນທອງ 3 ຫຼຽນ ແລະ ລາງວັນຊົມເຊີຍ 01 ລາງວັນ. ນັກຮຽນ 8 ຄົນທີ່ເຂົ້າຮ່ວມການສອບເສັງນັ້ນ ລ້ວນແຕ່ເປັນນັກຮຽນທີ່ມາຈາກໂຮງຮຽນ Amsterdam ແລະ ໃນນັ້ນມີນ້ອງ ຫງວຽນແມ້ງກວນ ເຊິ່ງເປັນນັກຮຽນບັນລຸຄະແນນເຕັມ ແລະ ໄດ້ຮັບລາງວັນຜູ້ເຂົ້າຮ່ວມບັນລຸຄະແນນສູງສຸດ (Absolute Winner). ການສອບເສັງ ດາລາສາດ ແລະ ຟີຊິກດາລາສາດສາກົນ (IOAA) ຄັ້ງທີ 13 ຖືກດໍາເນີນໃນລະຫວ່າງວັນທີ 2 – 10 ສິງຫາ ຢູ່ ຮຸງກາຣີ, ເຊິ່ງດຶງດູດການເຂົ້າຮ່ວມຂອງນັກຮຽນມາຈາກ 42 ປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ