ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ

(VOVWORLD) -ອັດຕາຄວາມທຸກຍາກຂອງ ຫວຽດນາມ ໄດ້ຫຼຸດລົງຈາກ 18,1% ໃນປີ 2012 ລົງເຫຼືອພຽງ 4,4% ໃນປີ 2021.

ຕາມບົດລາຍງານຫຼ້າສຸດຂອງອົງການ ສປຊ ເພື່ອການພັດທະນາ ແລ້ວ, ອັດຕາຄວາມທຸກຍາກຂອງ ຫວຽດນາມ ໄດ້ຫຼຸດລົງຈາກ 18,1% ໃນປີ 2012 ລົງເຫຼືອພຽງ 4,4% ໃນປີ 2021. ໃນຂະນະນັ້ນ, ອັດຕາຄວາມທຸກຍາກຫຼາຍສົ້ນຂອງ ຫວຽດນາມ ຫຼຸດລົງຢ່າງຕໍ່ເນື່ອງ ແລະ ຫຼາຍພໍສົມຄວນ. ຫວຽດນາມ ພວມແມ່ນປະເທດນໍາໜ້າໃນການຫຼຸດຜ່ອນຄວາມທຸກຍາກຫຼາຍສົ້ນ, ເຊິ່ງດັດຊະນີບໍ່ພຽງແຕ່ອີງໃສ່ລາຍຮັບເທົ່ານັ້ນ ຫາກນັບທັງປັດໄຈອື່ນໆ ເຊິ່ງປະຊາຊົນຕ້ອງການໃນຊີວິດອີກດ້ວຍ. ຫວຽດນາມ ໄດ້ຍົກບັນຫາທຸກຍາກຫຼາຍສົ້ນເຂົ້າໃນນະໂຍບາຍ ແລະ ວາງອອກເປົ້າໝາຍລະອຽດທີ່ສຸດ. ນອກຈາກນັ້ນ, ຫວຽດນາມ ໄດ້ປ່ຽນແປງການຕີລາຄາດັດຊະນີຄວາມທຸກຍາກຢ່າງຕໍ່ເນື່ອງ, ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ຜົນປະໂຫຍດຈາກນະໂຍບາຍຕ່າງໆໃຫ້ຫຼາຍກວ່າອີກ. ທ່ານ Ousmane Dione, ນັກຊ່ຽວຊານຂອງ ທະນາຄານໂລກ (WB) ໃຫ້ຮູ້ວ່າ:  

“ອັດຕາຄວາມທຸກຍາກຢູ່ ຫວຽດນາມ ໄດ້ຫຼຸດລົງຕ່ຳກວ່າ 10% ແລະ ອັດຕາຄວາມທຸກຍາກທີ່ສຸດ ກໍໄດ້ຫຼຸດລົງຢ່າງແຮງ, ຕ່ຳກວ່າ 3%, ເຊິ່ງໜ້ອຍກວ່າອັດຕາຕາມມາດຕະຖານສາກົນ. ສິ່ງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນຜົນສຳເລັດຂອງປະເທດທີ່ມີຕໍ່ຂະບວນວິວັດແຫ່ງການຫຼຸດຜ່ອນຄວາມທຸກຍາກ”.

ເຈົາແອັງ

ຕອບກັບ

ຂ່າວ/ບົດ​ອື່ນ