ຫວຽດນາມ ບັນລຸ​ໄດ້​ບັນດາ​ຄວາມ​ກ້າວໜ້າກ່ຽວກັບ​ການ​ເປີດ​ເຜີຍ​​ໂປ່​ງ​ໃສ​ທາງ​ດ້ານ​ງົບປະມານ

(VOVWORLD) -ການເພີ່ມຂຶ້ນຢ່າງແຮງນີ້ ໄດ້ປະກອບສ່ວນຊ່ວຍຫວຽດນາມ ເລື່ອນ 14 ຂັ້ນ ໃນຕາຕະລາງຈັດອັນດັບກ່ຽວກັບການເປີດເຜີຍໂປ່ງໃສທາງດ້ານງົບປະມານ ແລະ ນໍາຫວຽດນາມຂຶ້ນ ອັນດັບທີ 77 ໃນຈໍານວນ 117 ປະເທດ ໄດ້ຮັບການສໍາຫຼວດ.

ຫວຽດນາມ ບັນລຸ​ໄດ້​ບັນດາ​ຄວາມ​ກ້າວໜ້າກ່ຽວກັບ​ການ​ເປີດ​ເຜີຍ​​ໂປ່​ງ​ໃສ​ທາງ​ດ້ານ​ງົບປະມານ - ảnh 1ດັດຊະນີ OBI ຂອງຫວຽດນາມປີ 2019 ມີການເພີ່ມຂຶ້ນຢ່າງແຮງ  (ພາບປະກອບ: TTXVN)

        ຕອນເຊົ້າວັນທີ 01 ກໍລະກົດ, ສູນພັດທະນາ ແລະ ເຊື່ອມໂຍງ (CDI) ພ້ອມກັບສະຖານບັນຄົ້ນຄວ້າເສດຖະກິດ ແລະ ນະໂຍບາຍ (VEPR) ໄດ້ປະກາດດັດຊະນີເປີດເຜີຍງົບປະມານແຫ່ງລັດ (OBI) ຂອງຫວຽດນາມ ແລະ ດັດຊະນີເປີດເຜີຍງົບປະມານຂອງກະຊວງ, ອົງການສູນກາງ ປີ 2019 ຢ່າງເປັນທາງການ. ໝາກຜົນການສໍາຫຼວດໃຫ້ເຫັນວ່າ ຫວຽດນາມ ບັນລຸໄດ້ບັນດາຄວາມກ້າວໜ້າກ່ຽວກັບການເປີດເຜີຍງົບປະມານແຫ່ງລັດ ແລະ ຂັ້ນກະຊວງ, ຂະແໜງການ. ໃນໄລຍະ 14 ປີ ຜ່ານການສໍາຫຼວດມາເປັນ 7 ຄັ້ງ, ດັດຊະນີ OBI ຂອງຫວຽດນາມປີ 2019 ມີການເພີ່ມຂຶ້ນຢ່າງແຮງ ແລະ ໄດ້ຮັບການປັບປຸງຢູ່ທັງ 3 ເສົາຄໍ້າຄື: ຄວາມໂປ່ງໃສ, ການເຂົ້າຮ່ວມ ແລະ ການຕິດຕາມກວດກາງົບປະມານ. ການເພີ່ມຂຶ້ນຢ່າງແຮງນີ້ ໄດ້ປະກອບສ່ວນຊ່ວຍຫວຽດນາມ ເລື່ອນ 14 ຂັ້ນ ໃນຕາຕະລາງຈັດອັນດັບກ່ຽວກັບການເປີດເຜີຍໂປ່ງໃສທາງດ້ານງົບປະມານ ແລະ ນໍາຫວຽດນາມຂຶ້ນ ອັນດັບທີ 77 ໃນຈໍານວນ 117 ປະເທດ ໄດ້ຮັບການສໍາຫຼວດ.


ຕອບກັບ

ຂ່າວ/ບົດ​ອື່ນ