ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ບາດ​ກ້າວ​ໃນ​ການມອບ​ສິດ ແລະ ຍົກ​ສູງ​​ກຳ​ລັງຄວາມ​ສາ​ມາດ​ໃຫ້​ແກ່​ແມ່​ຍິງ

(VOVWORLD) - ໃນບົດຂຽນ “ແມ່ຍິງ ແລະ ເດັກຍິງ ມີສິດຍົກອອກການຕັດສິນໃຈຂອງຕົນ”, ທ່ານ Matt Jackson ຫົວໜ້າຜູ້ຕາງໜ້າ UNFPA ໄດ້ຢັ້ງຢືນວ່າ ຫວຽດນາມ ບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນການລົງທຶນເພື່ອແນໃສ່ຍົກສູງສຸຂະພາບ ແລະ ການມອບສິດໃຫ້ແກ່ແມ່ຍິງ, ເດັກຍິງ. 
ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ບາດ​ກ້າວ​ໃນ​ການມອບ​ສິດ ແລະ ຍົກ​ສູງ​​ກຳ​ລັງຄວາມ​ສາ​ມາດ​ໃຫ້​ແກ່​ແມ່​ຍິງ - ảnh 1ຫວຽດນາມ ບັນລຸໄດ້ບັນດາບາດກ້າວໃນການມອບສິດ ແລະ ຍົກສູງກຳລັງຄວາມສາມາດໃຫ້ແກ່ແມ່ຍິງ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 114 ປີແຫ່ງວັນແມ່ຍິງສາກົນ (08/03/1910 - 08/03/2024), ຫົວໜ້າຜູ້ຕາງໜ້າກອງທຶນ ສຳລັບປະຊາກອນ ສປຊ (UNFPA), ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ, ຫົວໜ້າອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ (UN Women) ປະຈຳ ຫວຽດນາມ ໄດ້ລົງບົດຂຽນ ຢັ້ງຢືນບັນດາຜົນສຳເລັດ ໂດຍຫວຽດນາມ ບັນລຸໄດ້ໃນວຽກງານເບິ່ງແຍງດູແລສຸຂະພາບ ແລະ ມອບສິດໃຫ້ແກ່ແມ່ຍິງ.

ໃນບົດຂຽນ “ແມ່ຍິງ ແລະ ເດັກຍິງ ມີສິດຍົກອອກການຕັດສິນໃຈຂອງຕົນ”, ທ່ານ Matt Jackson ຫົວໜ້າຜູ້ຕາງໜ້າ UNFPA ໄດ້ຢັ້ງຢືນວ່າ ຫວຽດນາມ ບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນການລົງທຶນເພື່ອແນໃສ່ຍົກສູງສຸຂະພາບ ແລະ ການມອບສິດໃຫ້ແກ່ແມ່ຍິງ, ເດັກຍິງ. ທ່ານ Matt Jackson ຢັ້ງຢືນວ່າ UNFPA ປະຈຳ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາຈະຮັບປະກັນບັນດາໂຄງການ ແລະ ລາຍການຂອງອົງການນີ້ເພື່ອແນໃສ່ຕອບສະໜອງຄວາມຕ້ອງການຂອງປະຊາຊົນໝົດທຸກຄົນ, ຖືມະນຸດເປັນຈຸດສຸມ ແລະ ຍາມໃດກໍ່ສ່ອງແສງໄດ້ເຖິງຄວາມມຸ່ງມາດປາດຖະໜາຂອງເຂົາເຈົ້າ.

ໃນໂອກາດນີ້ ທ່ານນາງ Pauline Tamesis ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ແລະ ທ່ານນາງ Caroline Nyamayemombe ຫົວໜ້າອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ (UN Women) ໄດ້ມີບົດຂຽນລວມ “ຍູ້ແຮງຄວາມຄືບໜ້າໃນການລົງທຶນໃຫ້ແກ່ແມ່ຍິງ” ໃນນັ້ນໄດ້ຢັ້ງຢືນວ່າ ຫວຽດນາມ ບັນລຸໄດ້ບັນດາບາດກ້າວໃນການມອບສິດ ແລະ ຍົກສູງກຳລັງຄວາມສາມາດໃຫ້ແກ່ແມ່ຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ