ຫວຽດນາມ ບໍ່ປະກົດມີກໍລະນີຕິດໂລກລະບາດໂຄວິດ- 19 ໃໝ່ຕື່ມອີກ, ມີ 5 ຄົນໃຫ້ຜົນກວດເປັນບວກຕື່ມອີກພາຍຫຼັງປະກາດປິ່ນປົວພະຍາດຫາຍດີເປັນປົກກະຕິແລ້ວ

(VOVWORLD) -ໄລ່ຮອດເວລາ 6 ໂມງຂອງວັນທີ 25 ເມສາ, ຫວຽດນາມ ບໍ່ປະກົດມີກໍລະນີຕິດໂລກລະບາດໂຄວິດ-19 ໃໝ່ຕື່ມອີກ.

ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ, ໄລ່ຮອດເວລາ 6 ໂມງຂອງວັນທີ 25 ເມສາ, ຫວຽດນາມ ບໍ່ປະກົດມີກໍລະນີຕິດໂລກລະບາດໂຄວິດ-19 ໃໝ່ຕື່ມອີກ. ສະນັ້ນ, ນັບແຕ່ວັນທີ 23 ມັງກອນ 2020 ມາຮອດປະຈຸບັນ, ຢູ່ຫວຽດນາມ ໄດ້ມີ 270 ຄົນ ຕິດໂລກລະບາດໂຄວິດ-19.

ຕາມການລາຍງານຂອງອະນຸກຳມະການປິ່ນປົວ-ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໂດຍໃຫ້ຮູ້ວ່າ, ມີ 5 ຄົນໃຫ້ຜົນກວດເປັນບວກກັບໄວຣັດ SARS-CoV-2 ຄືນໃໝ່ ພາຍຫຼັງໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ກ່ອນໜ້ານັ້ນ, ກົມຄຸມຄອງການກວດ, ປິ່ນປົວພະຍາດ, ອະນຸກຳມະການປິ່ນປົວພະຍາດໄດ້ມີເອກະສານຮຽກຮ້ອງໃຫ້ພະແນກສາທາລະນະສຸກບັນດາແຂວງ, ນະຄອນ ແລະ ບັນດາໂຮງໝໍທີ່ໄດ້ຮັບມອບໝາຍໜ້າທີ່ປິ່ນປົວໂຄວິດ-19, ຕິດຕາມການວິໄຈໄວຣັດ SARS-CoV-2 ໃຫ້ຜູ້ຕິດໂລກລະບາດໂຄວິດ- 19 ທີ່ອອກໂຮງໝໍແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ