ຫວຽດນາມ ບໍ່ພົບກໍລະນີຕິດເຊື້ອໂຄວິດ - 19 ໃນຊຸມຊົນຜ່ານ 95 ມື້ແລ້ວ

(VOVWORLD) -ມາຮອດປະຈຸບັນ, ມີຜູ້ຕິດເຊື້ອໂຄວິດ-19  360/383 ຄົນໄດ້ຮັບການປິ່ນປົວຫາຍດີແລ້ວ.

ຂ່າວປະຈຳວັນຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ເມື່ອວັນທີ 20 ກໍລະກົດ ໃຫ້ຮູ້ວ່າ, ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່. ສະນັ້ນ, ຫວຽດນາມ ບໍ່ມີກໍລະນີຕິດເຊື້ອໂຄວິດ-19 ໃນຊຸມຊົນຜ່ານ 95 ມື້ແລ້ວ. ມາຮອດປະຈຸບັນ, ມີຜູ້ຕິດເຊື້ອໂຄວິດ-19  360/383 ໄດ້ຮັບການປິ່ນປົວຫາຍດີແລ້ວ.

        ຈຳນວນຜູ້ຕິດເຊື້ອໂຄວິດ-19 ທີ່ພວມໄດ້ຮັບການປິນປົວ, ຕິດຕາມອາການສຸຂະພາບຢູ່ບັນດາຮາກຖານການແພດສ່ວນຫຼາຍມີອາການສຸຂະພາບດີເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ