ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃນວົງຄະນະຍາດ ເປັນມື້ທີ 40 ແລ້ວ

(VOVWORLD) - ຕາມຂໍ້ມູນຂ່າວໃນເວລາ 6 ໂມງ ວັນທີ 26 ພຶດສະພາ ຂອງຄະນະຊີ້ນຳແຫ່ງຊາດການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ: 

ມາຮອດວັນທີ 26 ພຶດສະພາ ເປັນມື້ທີ 40 ຢ່າງລຽນຕິດທີ່ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໃໝ່ໃນວົງຄະນະຍາດ. ມາຮອດຈຸດເວລານີ້ ຫວຽດນາມ ມີ 272/326 ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ. ຜູ້ຕິດເຊື້ອ 54 ຄົນທີ່ຍັງເຫຼືອນັ້ນ ພວມໄດ້ຮັບການປິ່ນປົວຢູ່ບັນດາໂຮງໝໍຂັ້ນແຂວງ, ຂັ້ນສູນກາງ ລ້ວນແຕ່ມີອາການສຸຂະພາບເປັນປົກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ